ລັດເຊຍ, ເຢຍລະມັນ ກ່າວເຕືອນຜົນຮ້າຍທີ່ຈະຕາມມາເລື່ອງ ອາເມລິກາ ຖອນຕົວອອກຈາກສົນທິສັນຍາຄວບຄຸມອາວຸດນິວເຄຼຍ

(VOVWORLD) - ລັດເຊຍ ປາດຖະໜາຢາກໃຫ້ ອາເມລິກາ ອະທິບາຍກ່ຽວກັບສາຍເຫດທີ່ພາໃຫ້ປະເທດນີ້ ຢາກຖອນຕົວອອກຈາກສົນທິສັນຍາກຳລັງນິວເຄຼຍໄລຍະກາງ (INF) ຫຼື ເອີ້ນວ່າສົນທິສັນຍາລົບລ້າງລູກສອນໄຟໄລຍະກາງ ແລະ ໄລຍະສັ້ນ, ພ້ອມທັງຊັ່ງຊາຄວາມອາດສາມາດໃນການປະຕິບັດບັນດາມາດຕະການໂຕ້ຕອບທີ່ຈຳເປັນ. 
ລັດເຊຍ, ເຢຍລະມັນ ກ່າວເຕືອນຜົນຮ້າຍທີ່ຈະຕາມມາເລື່ອງ ອາເມລິກາ ຖອນຕົວອອກຈາກສົນທິສັນຍາຄວບຄຸມອາວຸດນິວເຄຼຍ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານ John Bolton (ພາບ: AFP/ TTXVN)

ວັນທີ 21 ຕຸລາ, ສຳນັກຂ່າວສານ RIA ໄດ້ຄັດສະເໜີຄຳເວົ້າຂອງໂຄສົກປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ໃນການພົບປະກັບທ່ານ John Bolton ທີ່ປຶກສາດ້ານການປ້ອງກັນຄວາມສະຫົງບແຫ່ງຊາດ ອາເມລິກາ ຢູ່ນະຄອນຫລວງ ມົດສະກູ ໃນອາທິດໜ້າ, ການນຳ ລັດເຊຍ ຈະຮຽກຮ້ອງ ອາເມລິກາ ອະທິບາຍສາຍເຫດຢູ່ເບື້ອງຫລັງແຜນການປະເທດນີ້ ຖອນຕົວອອກຈາກ INF.

       ແລະກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ Heiko Maas ກໍ່ອອກສຽງຮຽກຮ້ອງ ອາເມລິກາ ຊັ່ງຊາຢ່າງລະມັດລະວັງກ່ຽວກັບຜົນຮ້າຍທີ່ຈະຕາມມາຕໍ່ທົ່ວເອີຣົບ ແລະ ບັນດາຄວາມມານະພະຍາຍາມຫລຸດຜ່ອນອາວຸດໃນອະນາຄົດ, ເມື່ອຖອນຕົວອອກຈາກ INF.

       ສົນທິສັນຍາ INF ເຊິ່ງການນຳ ອາເມລິກາ ແລະ ອະດີດສະຫະພາບ ໂຊວຽດ ໄດ້ ລົງນາມໃນວັນທີ 08/12/1987. ຕາມນັ້ນແລ້ວ, 2 ຝ່າຍໃຫ້ຄຳໝັ້ນສັນຍາຈະບໍ່ຜະລິດ, ທົດລອງ, ຜັນຂະຫຍາຍບັນດາລູກສອນໄຟນຳວິຖີ ແລະ ລູກສອນໄຟນຳວິຖີໜ້າດິນໄລຍະກາງ ແລະ ໄລຍະສັ້ນ (ແຕ່ 500 ກມ - 5.500 ກມ).

 

ຕອບກັບ

ຂ່າວ/ບົດ​ອື່ນ