ລັດ​ເຊຍ ເວົ້າ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຈັດ​ການ​ເຈ​ລະ​ຈາ​ກັບ ຝ່າຍ​ຕາ​ເວັນ​ຕົກ

(VOVWORLD) -ວັນທີ 18 ພຶດສະພາ, ທ່ານນາງ Valentina Matviyenko ປະທານສະພາສູງ ລັດເຊຍ ໄດ້ຖະແຫຼງວ່າ ການເຈລະຈາກັບຝ່າຍຕາເວັນຕົກອາດຈະໄດ້ເຊື່ອມຕໍ່ຄືນໃໝ່ພາຍຫຼັງທີ່  Moskva ສຳເລັດ “ບັ້ນການທະຫານພິເສດ” ຢູ່ ຢູແກຼນ. 
ລັດ​ເຊຍ ເວົ້າ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ຈັດ​ການ​ເຈ​ລະ​ຈາ​ກັບ ຝ່າຍ​ຕາ​ເວັນ​ຕົກ - ảnh 1ທ່ານນາງ ປະທານສະພາສູງ ລັດເຊຍ Valentina Matviyenko  (ພາບ: AFP/TTXVN)

ທ່ານນາງ ປະທານສະພາສູງ ລັດເຊຍ ໄດ້ເນັ້ນໜັກວ່າ ລັດເຊຍ ພວມຊັ່ງຊາການດຳເນີນການເຈລະຈາກັບຝ່າຍຕາເວັນຕົກເພື່ອແນໃສ່ບັນລຸໄດ້ເປົ້າໝາຍຮັກສາຄວາມໝັ້ນຄົງ “ສະເໝີພາບ” ຢູ່ ເອີຣົບ, ແຕ່ຕ້ອງ “ອີງໃສ່ພື້ນຖານກົດໝາຍສາກົນ ແລະ ເຄົາລົບເຊິ່ງກັນແລະກັນ”.

        ກໍໃນການສຳພາດນີ້, ທ່ານນາງ ປະທານສະພາສູງ ລັດເຊຍ Valentina Matviyenko ໃຫ້ຮູ້ວ່າ  ລັດເຊຍ ຈະມີປະຕິກິລິຍາທີ່ເໝາະສົມກ່ຽວກັບເລື່ອງ ຊູແອັດ ແລະ ແຟງລັງ ຂໍເຂົ້າເປັນສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (NATO) ຊຶ່ງຂຶ້ນກັບປະເພດອາວຸດເຊິ່ງ NATO ຈະຜັນຂະຫຍາຍຢູ່ສອງປະເທດສະມາຊິກທີ່ມີຄວາມບົ່ມຊ້ອນນີ້. ທ່ານນາງເນັ້ນໜັກວ່າ Moskva ຈະຮັບປະກັນຄວາມໝັ້ນຄົງແຫ່ງຊາດຂອງຕົນ ແລະ ເລື່ອງສອງປະເທດດັ່ງກ່າວຕົກລົງເຂົ້າເປັນສະມາຊິກ NATO ຈະສົ່ງຜົນກະທົບບໍ່ດີຕໍ່ການພົວພັນຮ່ວມມືກັບ ລັດເຊຍ.

        ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ລັດເຊຍ Marat Khusnullin ແຈ້ງໃຫ້ຊາບວ່າ ໂຮງງານຜະລິດໄຟຟ້ານິວເຄຼຍ Zaporozhye ຂອງ ຢູແກຼນ, ປັດຈຸບັນ ແມ່ນກຳລັງຂອງ ມົດສະກູຄວບຄຸມ, ຈະເຄື່ອນໄຫວຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ