ລັດເຊຍ ແຈ້ງຈຸດເວລາຈັດກອງປະຊຸມສາກົນກ່ຽວກັບ ອາບການິດສະຖານ

(VOVWORLD) -ມົດສະກູ ຄາດຄະເນເວລາຈັດກອງປະຊຸມສາກົນກ່ຽວກັບ ອາບການິດສະຖານ ໃນວັນທີ 20 ຕຸລາ.
ລັດເຊຍ ແຈ້ງຈຸດເວລາຈັດກອງປະຊຸມສາກົນກ່ຽວກັບ ອາບການິດສະຖານ - ảnh 1(ພາບປະກອບ: THX/TTXVN)

ວັນທີ 07 ຕຸລາ, ທູດພິເສດຂອງທ່ານປະທານາທິບໍດີລັດເຊຍ Vladimir Putin ຮັບຜິດຊອບກ່ຽວກັບ ອາບການິດສະຖານ, ທ່ານ Zamir Kabulov ໃຫ້ຮູ້ວ່າ, ມົດສະກູ ຄາດຄະເນເວລາຈັດກອງປະຊຸມສາກົນກ່ຽວກັບ ອາບການິດສະຖານ ໃນວັນທີ 20 ຕຸລາ. ສຳນັກຂ່າວສານ Sputnik ໃຫ້ຮູ້ວ່າ, ທ່ານ Kabulov ໄດ້ຢັ້ງຢືນຕໍ່ບັນດານັກຂ່າວວ່າ ມົດສະກູ ໄດ້ເຊື້ອເຊີນຄະນະຜູ້ແທນ ຕາລີບານ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ທ່ານບໍ່ໄດ້ແຈ້ງຢ່າງລະອຽດວ່າຜູ້ໃດຈະນຳໜ້າຄະນະຜູ້ແທນນີ້.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 07 ຕຸລາ, ທ່ານປະທານາທິບໍດີ Vladimir Putin ໄດ້ໂອ້ລົມທາງໂທລະສັບກັບຄູ່ຮ່ວມຕຳແໜ່ງ ຕັດຈີກິດສະຕັງ Emmomali Rakhamon. ຖະແຫຼງການຂອງຫ້ອງວ່າການປະທານາທິບໍດີ ຕັດຈີກິດສະຕັງ ໃຫ້ຮູ້ວ່າ, ການນຳ 2 ທ່ານໄດ້ປຶກສາຫາລືກ່ຽວກັບສະພາບການຄວາມໝັ້ນຄົງທີ່ປິ່ນອ້ອມ ການຜັນແປຫຼ້າສຸດຢູ່ ອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ