ລັດເຊຍ ແລະ G7 ຊົມເຊີຍຄະນະປະຕິບັດງານ IAEA ໄປກວດກາໂຮງງານໄຟຟ້ານິວເຄຼຍ Zapozhiazhia

(VOVWORLD) - ຕ້ອງຫລຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານຢູ່ໂຮງງານໄຟຟ້າ ນິວເຄຼຍ Zapozhiazhia ເພື່ອຄວາມປອດໄພຂອງທົ່ວເອີລົບ.
 
ລັດເຊຍ ແລະ G7 ຊົມເຊີຍຄະນະປະຕິບັດງານ IAEA ໄປກວດກາໂຮງງານໄຟຟ້ານິວເຄຼຍ Zapozhiazhia - ảnh 1ໂຮງງານໄຟຟ້າ Zapozhiazhia ຢູ່ ຢູແກຼນ (ພາບ:Reuters)

ວັນທີ 29 ສິງຫາ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ໄດ້ປະກາດກ່ຽວກັບເລື່ອງຄະນະປະຕິບັດງານອົງການພະລັງງານປະລະມານູສາກົນ (IAEA) ໄປກວດກາໂຮງງານໄຟຟ້າ Zapozhiazhia ຢູ່ ຢູແກຼນ ແມ່ນວຽກງານຈຳເປັນ ແລະ ລັດເຊຍ ກຽມພ້ອມຮ່ວມມືກັບຄະນະປະຕິບັດງານຂອງ IAEA. ທ່ານ Peskov ກໍ່ເນັ້ນໜັກວ່າ: ຕ້ອງຫລຸດຜ່ອນຄວາມເຄັ່ງຕຶງດ້ານການທະຫານຢູ່ໂຮງງານໄຟຟ້າ ນິວເຄຼຍ Zapozhiazhia ເພື່ອຄວາມປອດໄພຂອງທົ່ວເອີລົບ.

        ແລະກໍ່ໃນວັນດຽວກັນ, ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7), ກໍ່ໄດ້ປະກາດຊົມເຊີຍເລື່ອງຄະນະປະຕິບັດງານ IAEA ໄປກວດກາໂຮງງານໄຟຟ້ານິວເຄຼຍ Zapozhiazhia ແລະ ຢັ້ງຢືນຄືນໃໝ່ຄວາມວິຕົກວັງວົນກ່ຽວກັບຄວາມປອດໄພຂອງໂຮງງານແຫ່ງນີ້. G7 ຖືວ່າ, ຄະນະປະຕິບັດງານຂອງ IAEA ຕ້ອງສຳຜັດກັບທຸກໆຮາກຖານນິວເຄຼຍ ຢູ່ ຢູແກຼນ ຢ່າງທັນການ, ປອດໄພ ແລະ ບໍ່ຖືກກີດຂວາງ. ພະນັກງານ IAEA ກໍ່ຕ້ອງໄດ້ຮັບອະນຸຍາດເຂົ້າໄປໂຮງງານໂດຍບໍ່ຖືກກີດຂວາງກັບພະນັກງານ ຢູແກຼນ ພວມເຮັດວຽກຢູ່ຮາກຖານດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ