ລັດ​ເຊຍ ແລະ ຈີນ ຕ​ັ້ງ​ໜ້າ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະ​ຫານ

(VOVWORLD) -ວັນທີ 16 ເມສາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ພົບປະ ແລະ ເຮັດວຽກກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຫຼີຊຽງຝູ ຢູ່ນະຄອນຫຼວງ ມົດສະກູ (ປະເທດລັດເຊຍ).
ລັດ​ເຊຍ ແລະ ຈີນ ຕ​ັ້ງ​ໜ້າ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະ​ຫານ - ảnh 1ທ່ານເລຂາທິການໃຫຍ່ Vladimir Putin (ພາບ: Ria Novosti)

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ເນັ້ນໜັກວ່າ ການພົວພັນລະຫວ່າງ ລັດເຊຍ ແລະ ຈີນ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ. ພ້ອມດຽວກັນນັ້ນ, ລັດເຊຍ ແລະ ຈີນ ພວມຕັ້ງໜ້າຮ່ວມມືໃນຂົງເຂດການທະຫານ.

        ສ່ວນທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຫຼີຊຽງຝູ ໄດ້ເນັ້ນໜັກວ່າ ທ່ານເລືອກເອົາ ລັດເຊຍ ເປັນປະເທດທຳອິດໃນການຢ້ຽມຢາມຕ່າງປະເທດໃນຖານະເປັນລັດຖະມົນຕີກະຊວງປ້ອງກັນປະເທດນັ້ນ ກໍເພື່ອແນໃສ່ເນັ້ນໜັກລັກສະນະພິເສດ ແລະ ຄວາມສຳຄັນຍຸດທະສາດຂອງການພົວພັນສອງຝ່າຍ. ຈີນ ຈະສືບຕໍ່ຮ່ວມມືກັບ ລັດເຊຍ ໃນທຸກຂັ້ນ ເພື່ອການພັດທະນາ ແລະ ວັດທະນາຖາວອນຂອງທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ