ລັດເຊຍ ແລະ ຈີນ ປ່ອນບັດຢັບຢັ້ງຮ່າງມະຕິກ່ຽວກັບ ຊີຣີ

ລັດເຊຍ ແລະ ຈີນ ປ່ອນບັດຢັບຢັ້ງຮ່າງມະຕິກ່ຽວກັບ ຊີຣີ - ảnh 1
( ພາບ: http://vietnamnet.vn )

( vov world )     ບັນດາ​ປະ​ເທດ​ໄດ້​ມີ​ປະຕິ​ກິລິຍາ​ທີ່​​ແຕກ​ຕ່າງ​ກັນ​ພາຍຫຼັງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​​ໃນ​ວັນ​ທີ 4 ກຸມພາບໍ່​ອະ​ນຸມັດ​ຜ່ານ​ຮ່າງມະຕິ​ກ່ຽວ​ກັບ​ ຊີຣີ ​ໂດຍ ລັດ​ເຊຍ ​ແລະ ຈີນ, ​2 ປະ​ເທດ​ກຳມະກາ​ນປະຈຳ​ໄດ້​ປ່ອນ​ບັດ​ຢັບຢັ້ງ. ທ່ານ​ເອກອັກຄະ​ລັດຖະທູດ​ ລັດ​ເຊຍ ປະຈຳ ສະຫະ​ປະຊາ​ຊາດ Vitaly Churkin ​ໄດ້​ຖື​ວ່າ ຮ່າງ​ມະຕິ “ ສົ່ງ​ສັນຍານ​ທີ່​ບໍ່ດູ​ນດຽງ​ກັບບັນດຝ່າຍ​ຢູ່ ຊີຣີ ” ​ເມື່ອ​ບໍ່​ຮຽກຮ້ອງ​ຝ່າຍ​ຄ້ານ​ຢູ່​ປະ​ເທດ​ນີ້ “ ຢຸດ​ການ​ພົວພັນ​ກັບ​ບັນດາ​ກຸ່ມ​ປະກອບ​ອາ​ວຸດ ”. ລັດ​ເຊຍ ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ຍົກ​ອອກ​ມະຕິສະບັບ​ໜື່ງຢ່າງ​ພາ​ວະ​ວີ​ໄສ​ກ່ວາ​ເພື່ອ​ສາມາດ​ຊ່ວຍ​ເຫຼືອ ຊີຣີ ຢຸດຕິ​ວິ​ກິດ​ການ​ດ້ານການ​ເມືອງ​ຄື​ປະຈຸ​ບັນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ປະຈ​ຳ ສະຫະ​ປະຊາ​ຊາດ ຫຼີ​ເປົ້າ​ຕຸ​ງ ​ຊີ​ແຈງ​ວ່າ, ຈີນ​ສະໜັບ​ສະ​ໜູນ​ຂໍ້​ສະ​ເໜີ​ທີ່ “ ​ເໝາະ​ສົມ ” ​ເຊິ່ງ ລັດ​ເຊຍ ​ໄດ້​ຍົກ​ອອກ​ມາ, ພ້ອມ​ກັນ​ນັ້ນ​ກໍ່​​ຕັກ​ເຕື່ອນ​ບັນດາ​ປະ​ເທດ​ສະມາຊິກ​ອື່ນ​ໃນ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ເລື່ອງ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ບັນດາ​ການ​ກົນ​ໄກ​ທາ​ບທາມກ່ຽວ​ກັບບັນຫາຮ່າງ​ມະຕິ.

        ​ໃນ​ຂະນະ​ນັ້ນ, ບັນດາປະ​ເທ​ດ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ກຸ່ມອາຣັບ ສະ​ແດງ​ຄວາມ​ບໍ​ພໍ​ໃຈ​ຕໍ່ໜ້າ​​ເລື່ອງ ລັດ​ເຊຍ ​ແລະ ຈີນ ​​ໄດ້​ບ່ອນ​ບັດ​ຢັບຢັ້ງ. ຜູ້ຕາງໜ້າ​ຂັ້ນ​ສູງ​ກ່ຽວ​ກັບ​ນະ​ໂຍບາຍ​ຄວາ​ມສະ​ຫງົບປອດ​ໄພ ​ແລະ ພົວພັນ​ກັບຕ່າງປະ​ເທດຂອງ EU, ທ່ານ​ນາງ Catherine Ashton ​ໄດ້​ຖື​ວ່າ, ​ເຖິງ​ເວລາ​ແລ້ວ​ທີ່​ບັນດາ​ຝ່າຍ​ພ້ອມ​ກັນ​ກະທຳ​​ເພື່ອ​ຢຸດຕິ​ສະ​ພາບການ​ນອງ​ເລືອກ​ຢູ່ ຊີຣີ ​ແລະ ນຳ​ຄວາມ​ສັນຕິພາບມາ​ໃຫ້​ປະ​ເທດ​ນີ້. ທ່ານ​ນາງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ​ໄດ້ກ່າວ​ເຕືອນ​​​ວ່າ ຊີ​ຣີ ອາດ​ຈະ​ຕົກ​ເຂົ້າ​​ໃນສົງຄາມກາງ​ເມືອງ​ພາຍຫຼັງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ບໍ່​ຮັບ​ຮອງ​ມະຕິ​ກ່ຽວກັບ ຊີຣີ. ​​ແຕ່ຜູ້ນຳ​ໜ້າ​ຂະ​ແໜງ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ ​ໄດ້​ປັດ​ເຂັ່ຍ​ກໍລະນີ​ແຊກ​ແຊງ​ດ້ານ​ນການ​ທະຫານ​ຕ້ານ ຊີຣີ .
ຂ່າວ/ບົດ​ອື່ນ