ລັດ​ເຊຍ ແລະ ຈີນ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

(VOVWORLD) -  ໃນຂອບເຂດການຢ້ຽມຢາມ ປັກກິ່ງ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໄດ້ມີການພົບປະກັບທ່ານປະທານປະເທດ ຈີນ ສີຈີ້ນຜິງ ໃນວັນທີ 9 ເມສາ.
ລັດ​ເຊຍ ແລະ ຈີນ ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື - ảnh 1ທ່ານປະທານປະເທດ ຈີນ ສີຈີ້ນຜິງ ຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: Reuters)

ນະທີ່ນີ້, ທ່ານປະທານປະເທດ ຈີນ ສີຈີ້ນຜິງ ເນັ້ນໜັກວ່າ ຈີນ ແລະ ລັດເຊຍ ໄດ້ເລີ່ມເດີນຕາມເສັ້ນທາງໃໝ່ ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ປອງດອງ. ຈີນ ຍາມໃດກໍຖືການພັດທະນາການພົວພັນລະຫວ່າງ ຈີນ - ລັດເຊຍ ເປັນສຳຄັນ ແລະ ກຽມພ້ອມຍູ້ແຮງການຕິດຕໍ່ພົວພັນສອງຝ່າຍກັບ ລັດເຊຍ ກໍຄື ເພີ່ມທະວີການສົມທົບກັນປະຕິບັດຍຸດທະສາດຫຼາຍຝ່າຍໃນກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (BRICS) ແລະ ອົງການຮ່ວມມື ຊຽງໄຮ້.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Lavrov ຖະແຫຼງວ່າ ລັດເຊຍ ແລະ ຈີນ ພ້ອມແລ້ວທີ່ຈະປະຕິບັດ “ບັນດາໜ້າທີ່ຍຸດທະສາດໃໝ່” ເຊິ່ງການນຳສອງປະເທດໄດ້ວາງອອກ. ລັດຖະບານ ລັດເຊຍ ພ້ອມແລ້ວທີ່ຈະເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັບບັນດາປະເທດ ຊີກໂລກໃຕ້ ແລະ ປະກອບສ່ວນເຂົ້າໃນການສ້າງຄວາມເປັນລະບຽບຮຽບຮ້ອຍສາກົນທີ່ມີຄວາມຍຸຕິທຳກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ