ລັດເຊີຍ ແລະ ຈີນ ລົງນາມບັນດາ ສັນຍາການຄ້າກ່ຽວກັບອາຍແກັດ

ລັດເຊີຍ ແລະ ຈີນ ລົງນາມບັນດາ ສັນຍາການຄ້າກ່ຽວກັບອາຍແກັດ - ảnh 1
( ພາບປະກອບ )

( vovworld ) –   ວັນ​ທີ 28/4, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຈີນ ຫຼີເຄື່ອແຈງ                     ​ແລະ ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ລັດ​ເຊີຍ Igor Shualov ​ໄດ້​​ເປັນ​ສັກຂີ​ພິຍາມ​ການ​ລົງ​ນາມ​ໃນ​ບັນດາ​ເອກະສານ​ດ້ານ​ການ​ຄ້າ​ທີ່​ມີ​ມູນ​ຄ່າ 15 ຕື້ USD.​ ພິທີ​ລົງ​ນາມ​ໄດ້​ຈັດ​ຂຶ້ນ​ກ່ອນ​ທີ່​ດຳ​ເນີນ​ກອງ​ປະຊຸມ​ກ່ຽວ​ກັບ​ການ​ລົງທຶນ​ດ້ານ​ການ​ຄ້າ​ຈີນລະຫວ່າງ​ຈີນ - ລັດ​ເຊຍ ຢູ່​ນະຄອນຫຼວງ​ມົດກູ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ຫົວໜ້າ​ກຸ່ມ​ບໍລິສັດ​ນ້ຳມັນ​ອາຍ​​ແກັດ​ຈີນ ( CNPC ) ​ໄດ້​​ໃຫ້​ຮູ້​ວ່າ ປັກ​ກິ​ງ ພວມ​ພິຈາລະນາ​ສັນຍາສະບັບ​ໜື່ງ​ເພື່ອ​ກາຍ​ເປັນລູກ​ຄ້າລາຍ​ໃຫຍ່ທີ່​ສຸດສຳລັບລະບົບ​ທໍ່​ສົງ​ອາຍ​ແກ​ັດ​ທີ່​​ໄກ້​ຈະສ້າງ​ສຳ​ເລັດ​ຂອງ​ລັດ​ເຊຍ,​ສຳ​ບໍ່​ນຳ​ໃນ​ສະພາບ​ທີ່​ຈີນ ພວມ​ຊອກ​ຫາ​ວິທີ​ຫັນ​ເປັນ​ຫຼາຍ​ຮູ​ບຫຼາຍ​ແບບ​ແຫຼ່ງສະ​ໜອງ​ອາຍ​ແກັດ. ​ເຈົ້າ​ໜ້າ​ທີ່​ຄົນດັ່ງ​ກາວ​ໄດ້​ຢືນຢັນ​ວ່າ ບັນດາ​ຈຸດ​ສຳຄັນ​ຂອງ​ສັນຍາ​ໄດ້​ຮັບ​ການ​ເຫັນດີ. ຖ້າ​ຫາກ​ສັນຍາສະບັບ​ນີ້​ໄດ້​ຮັບ​ການ​ອະ​ນຸມັດ, ຈະ​ອະນຸຍາດ​ໃຫ້​ລັດ​ເຊຍ ຂາຍ​ອາຍ​ແກັ​ດ 68 ຕື້ ​ໃຫ້​ແກ່​ຈີນ ​ໃນ​ແຕ່ລະ​ປີ, ຫຼາຍກ່ວາ​ປະລິມານ​ອາຍແກ​ດ​ເຊິ່ງລັດ​ເຊີຍ​ສະໜອງ​ໃຫ້​ລູກ​ຄ້າຢູ່​ເອີ​ລົບ.

ຂ່າວ/ບົດ​ອື່ນ