ລັດເຊຍ ແລະ ຈີນ ລົງນາມໃນບັນດາ ເອກະສານຮ່ວມມືສອງຝ່າຍ

ລັດເຊຍ ແລະ ຈີນ ລົງນາມໃນບັນດາ ເອກະສານຮ່ວມມືສອງຝ່າຍ - ảnh 1

ນາຍົກລັດຖະມົນຕີລັດ​ເຊຍ ​ແລະ ຈີນ

(ພາບ:xaluan.com)

(VOV)-  ວັນທີ 6/12, ​ເມື່ອອັດກອງປະຊຸມເທື່ອທີ 17 ຄະນະກຳມະການ ລະຫວ່າງລັດຖະບານລັດເຊຍ ​ແລະ ຈີນ ​​ຢູ່​ນະຄອນຫຼວງ​ມົດ​ສະ​ກູ-ສະຫະພັນ​ລັດ​ເຊຍ, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ແລະ ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມໃນບັນດາເອກະສານຮ່ວມມືສອງຝ່າຍ ຊື່​ງ​ໃນ​ນັ້ນມີ​ເອກະສານ​ກ່ຽວ​ກັບ​ເລື່ອງລັດເຊຍ ​ແລະ ຈີນ ສົມທົບ​ກັນ​ກໍ່ສ້າງ​ໜ່ວຍ​ຈັກ​ທີ 3 ​ແລະ 4 ຂອງ​ໂຮງງານ​ໄຟຟ້າ​ນິວ​ເຄຼຍຢູ່​ຈີນ. ຕາມ​ການ​ຕີ​ລາຄາ​ຂອງທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dmitry Medvedev ​ແລ້ວ, ການ​ພົວພັນ​ລະ​ຫວ່າງລັດເຊຍ ​ແລະ ຈີນ ພວມ​ຢູ່​ໃນ​ໄລຍະ​ພັດທະນາດີ​ທີ່​ສຸດ​ດ້ວຍ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ປີ​ນີ້​ບັນລຸ​ປະມານ 90 ຕື້​ໂດ​ລາ​ສະຫະລັດ. ຄາດໝາຍ​ທີ່​ການ​ນຳ​ສອງ​ປະ​ເທດວາງ​ອອກ​ແມ່ນ​​ຍົກ​ວົງ​ເງິນ​ການ​ຄ້າສອງ​ສົ້ນ​ຂຶ້ນ​ເຖິງ 100 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2015 ​ແລະ 200 ຕື້​ໂດ​ລາ​ສະຫະລັດ​ໃນ​ປີ 2020 ​ແມ່ນ​ອາດ​ຈະ​ປະຕິບັດ​ໄດ້. ສ່ວນ​ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ ​ໄດ້​ຍົກ​ອອກ​ໝາກຜົນ​​ແຫ່ງການ​ສົມທົບ​ກັນ​ລະຫວ່າງ​ຈີນ-​ລັດ​ເຊຍ ​ໃນ​ບັນດາ​ຂົງ​ເຂດ​ອື່ນ ​ແລະ ຖື​ວ່າ: ການ​ຢ້ຽມຢາມ​ລັດ​ເຊຍ ​ເປັນ​ຄັ້ງສຸດ​ທ້າຍຂອງ​ທ່ານໃນ​ຖານະ​ເປັນ​ນາຍົກລັດຖະມົນຕີຈີນ ອີກ​ເທື່ອ​ໜຶ່ງ​ໄດ້​ພິສູດ​ໃຫ້​ເຫັນ​ສາຍພົວພັນ​ອັນ​ດີງາມ​ລະຫວ່າງ​ຈີນ ​ແລະ ລັດ​ເຊຍ.

 

 

 

 

ຂ່າວ/ບົດ​ອື່ນ