ລັດເຊຍ ແລະ ຈີນ ເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດ

ລັດເຊຍ ແລະ ຈີນ ເພີ່ມທະວີການພົວພັນ ຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ປະທານາທິບໍດີ​ Vladimir Putin ແລະ ທ່າ​ນນາຍົກລັດຖະມົນຕີ ​ເຫວ​ີນ​ເຈຍ​ປາວ
(ພາບ: ອີນເຕີເນັດ)

(vovworld) – ​​​ເມື່ອ​ຕອນ​ບ່າຍ​ວັນ​ທີ 3/6, ​ເວບ​ໄຊ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​​​ໄດ້​ມີ​ບົດ​ຂຽນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ທ່ານ Sergei Lavrov ກ່ຽວ​ກັບ​ການ​ຢ້ຽມຢາມ​ຈີນ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 5-6/6 ຂອງ​ທ່ານ​ປະທານາທິບໍດີ​ຄົນ​ໃໝ່ Vladimir Putin, ​ໂດຍຢືນຢັນ​ວ່າ: ລັດ​ເຊຍ ​ແລະ ຈີນ ລ້ວນ​ແຕ່​ມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ວາ​ອີກ. 2 ຝ່າ​ຍຕັດສິນ​ໃຈ​ຍົກ​ວົງ​ເງິນ​ແລກປ່ຽນ​ການຄ້າ​​​​ໃນ​ລະດັບ 80 ຕື້ USD/ປີໃນ​ປະຈຸ​ບັນ, ຂຶ້ນ​ເຖິງ 100 ຕື້ USD ​ໃນ​ປີ 2015  ​ແລະ 200 ຕື້ USD ​ໃນ​ປີ 2020. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Lavrov ​ໄດ້​ປະກາດ​ວ່າ: ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຈີນ ຄັ້ງ​ນີ້ ຂອງ​ທ່ານ​ປະທານາທິບໍດີ Putin, 2 ຝ່າຍ​ຈະ​ອອກ​ຖະ​ແຫຼ​ງການ​ຮ່ວມ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ໄວ້​ເນື້ອ​ເຊື່ອ​​ໃຈ ​ແລະ ຮອບ​ດ້ານ​ ລັດ​ເຊຍ - ຈີນ ຍິ່ງ​ກ່ວາ​ອີກ, ພ້ອມ​ທັງ​​ເຊັນ 17 ​ເອກະສານ​ຮ່ວມ​ມື​ອື່ນໆ. ທ່ານ​ປະທານາທິບໍດີ Putin ຈະ​ເຈລະຈາ ກັບ​ທ່ານ​ປະທານ​ປະ​ເທດ ຈີນ ຫູ​ຈີນ​ເທ່ົາ, ພົບ​ປະ​ກັບ​ທ່າ​ນນາຍົກລັດຖະມົນຕີ ​ເຫວ​ີນ​ເຈຍ​ປາວ ​ແລະ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ຮ່ວມມື​ເສດຖະກິດ APEC, ສະພາບ​ການ​ແຫຼມ​ເກົາຫຼີ ​ແລະ ຕາ​ເວັນ​ອອກ​ກາງ..​.​ ພາຍຫຼັງ​ການ​ຢ້ຽມຢາມ ຈີນ, ທ່ານ​ປະທານາທິບໍດີ Putin ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະສຸ​ດຍອດ​ອົງການ​ຮ່ວມ​ມື ຊຽງ​ໄຮ່ ​ເຊິ່ງຈັດ​ຂຶ້ນຢູ່ ປັກ​ກິ່ງ ​ໃນ​ວັນ​ທີ 6 – 7/6.

ຂ່າວ/ບົດ​ອື່ນ