ລັດເຊຍ ແລະ ຈີນຄັດຄ້ານບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ

(VOVWORLD) -ວັນທີ 22 ສິງຫາ, ລັດເຊຍ ແລະ ຈີນ ໄດ້ອອກສຽງຄັດຄ້ານບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ ແນໃສ່ 16 ບໍລິສັດ ແລະ ສ່ວນບຸກຄົນຂອງຈີນ ແລະ ລັດເຊຍ ດ້ວຍຄຳກ່າວຫາວ່າ

ລັດເຊຍ ແລະ ຈີນຄັດຄ້ານບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov

(ພາບປະກອບ: Sputnik/TTXVN)

ມີສ່ວນກ່ຽວຂ້ອງເຖິງໂຄງການນິວເຄຼຍ ແລະ ລູກສອນໄຟຂອງສປປ.ເກົາຫຼີ. ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov ຖືວ່າ, ເລື່ອງອາເມລິກາ ນຳລາຍຊື່ພົນລະເມືອງລັດເຊຍ 4 ຄົນ ແລະ 1 ບໍລິສັດສັງກັດລັດຂອງລັດເຊຍ ເຂົ້າໃນບັນຊີລາຍຊື່ລົງໂທດຕື່ມອີກ ແມ່ນການສືບຕໍ່ນະໂຍບາຍທີ່ມີຢູ່ແລ້ວພາຍໃຕ້ການນຳພາຂອງທ່ານອະດີດປະທານາທິບໍດີ Barack Obama. ຕາມນັ້ນແລ້ວ, ບັນດາຄຳອະທິບາຍຂອງວົງການເຈົ້າໜ້າທີ່ອາເມລິກາ ກ່ຽວກັບຄວາມປາດຖະໜາຢາກຫັນການພົວພັນ 2 ຝ່າຍກັບລັດເຊຍ ເປັນປົກກະຕິແມ່ນຂາດຄວາມເກ້ຍກ່ອມ. ທ່ານຮອງລັດຖະມົນຕີ Sergei Ryabkov ຢືນຢັນວ່າ, ລັດເຊຍ ພວມກະກຽມບັນດາມາດຕະການໂຕ້ຕອບທີ່ບໍ່ອາດຈະຫຼີກລ້ຽງໄດ້ສຳລັບບັນດາມາດຕະການລົງໂທດໃໝ່ຂອງອາເມລິກາ.

        ແລະກໍ່ໃນວັນດຽວກັນ, ຜູ້ຕາງໜ້າສະຖານທູດຈີນ ປະຈຳວໍຊິງຕັນ ໄດ້ຮຽກຮ້ອງໃຫ້ອາເມລິກາ ຕ້ອງຍົກເລີກບັນດາມາດຕະການລົງໂທດແນໃສ່ບັນດາພົນລະເມືອງ ແລະ ບໍລິສັດຂອງຈີນ ໂດຍໂວ. ຜູ້ຕາງໜ້າຄົນນີ້ຊີ້ແຈ້ງວ່າ, ຈີນ ຄັດຄ້ານບັນດາມາດຕະການລົງໂທດພຽງລຳພັງຝ່າຍດຽວຂອງອາເມລິກາ ແລະ ຖືວ່າ, ການກະທຳດັ່ງກ່າວອາດຈະສົ່ງຜົນສະທ້ອນເຖິງການພົວພັນຮ່ວມມື 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ