ລັດເຊຍ ແລະ ຕວັກກີ ປະກາດວັນເວລາເລີ່ມຕົ້ນການລາດຕະເວນຮ່ວມຢູ່ ຊີຣີ

(VOVWORLD) -ແຕ່ວັນທີ 01 ພະຈິກ ຈະມາເຖິງ, ບັນດາກຳລັງຂອງ ລັດເຊຍ ແລະ ຕວັກກີ ຈະສົມທົບກັນລາດຕະເວນຮ່ວມຢູ່ເຂດດິນແດນ ຊີຣີ ໃນຂອບເຂດລັດສະເໝີ 7 ກິໂລແມັດ ໄລ່ແຕ່ເສັ້ນຊາຍແດນທີ່ຕິດກັບ ຕວັກກີ. ການເຄື່ອນໄຫວລາດຕະເວນນີ້ ແມ່ນສ່ວນໜຶ່ງຂອງຂໍ້ຕົກລົງລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວັກກີ.
ລັດເຊຍ ແລະ ຕວັກກີ ປະກາດວັນເວລາເລີ່ມຕົ້ນການລາດຕະເວນຮ່ວມຢູ່ ຊີຣີ - ảnh 1 ທ່ານປະທານາທິບໍດີ ຕວັກກີ Tayyip Erdogan (ພາບ: AFP/TTXVN)

        ຕາມຂໍ້ຕົກລົງແລ້ວ, ກຳລັງທະຫານພິທັກຮັກສາ ລັດເຊຍ ແລະ ກຳລັງທະຫານປ້ອງກັນຊາຍແດນ ຊີຣີ ຈະຜັນຂະຫຍາຍຢູ່ເຂດຊາຍແດນຝ່າຍ ຊີຣີ ແລະ ສ້າງເງື່ອນໄຂໃຫ້ບັນດາສະມາຊິກຂຶ້ນກັບບັນດາກົມກອງປົກປ້ອງປະຊາຊົນຊາວ Kurd (YPG) ຖອນອອກຈາກບັນດາເຂດຊາຍແດນ ແລະ ຖອນໄປທາງເຂດດິນແດນ ຊີຣີ ເລິກ 30 ກິໂລແມັດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ຕວັກກີ ໃນການສ້າງຕັ້ງ “ເຂດປອດໄພ” ຢູ່ຊາຍແດນ ໂດຍມີການກຳນົດໄລຍະເວລາໃດໜຶ່ງ. ຫລັງຈາກນັ້ນ, ບັນດາກຳລັງດັ່ງກ່າວ ຈະເລີ່ມຕົ້ນລາດຕະເວນໄປແຕ່ທາງທິດຕາເວັນຕົກ ແລະ ຕາເວັນອອກຂອງເຂດທີ່ເກີດບັ້ນຮົບດັ່ງກ່າວ, ໃນລັດສະເໝີ 10 ກິໂລແມັດ. 2 ຝ່າຍຈະນຳໃຊ້ບັນດາມາດຕະການຮີບດ່ວນ ເພື່ອສະກັດກັ້ນການຊຶມເຂົ້າຂອງບັນດາມືປືນການກໍ່ການຮ້າຍ. ນອກນັ້ນ, ກົນໄກຕິດຕາມກວດກາ ແລະ ຢັ້ງຢືນຮ່ວມຈະໄດ້ສ້າງຕັ້ງຂຶ້ນ ເພື່ອຕີລາຄາ ແລະ ສົມທົບກັນປະຕິບັດບົດບັນທຶກຊ່ວຍຈຳ.

        ກໍ່ກ່ຽວຂ້ອງເຖິງ ຊີຣີ, ວັນທີ 30 ຕຸລາ ລັດຖະບານ ຊີຣີ ແລະ ບັນດານັກເຈລະຈາຝ່າຍຄ້ານໄດ້ໂຮມປະຊຸມເພື່ອສ້າງຕັ້ງຄະນະກຳມະການທີ່ມີໜ້າທີ່ປັບປຸງລັດຖະທຳມະນູນຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ