ລັດເຊຍ ແລະ ຕວກກີ ລົງນາມໃນເອກະສານຮ່ວມມືຫລາຍສະບັບ

ລັດເຊຍ ແລະ ຕວກກີ ລົງນາມໃນເອກະສານຮ່ວມມືຫລາຍສະບັບ - ảnh 1
ທ່ານ​ປະທາ​ນາ​ທິບໍດີ ລັດ​ເຊຍ Vladimir Putin ​ແລະ
ຄູ່​ຕຳ​ແໜ່​ງ ຕວກກີ Recep Tayip Erdogan
(ພາບ: Sputnik)

(vovworld) - ​ ວັນ​ທີ 10/03, ​ໃນ​ຂອບ​ເຂດ​ການ​ພົບ​ປະລະ​ຫວ່າງ​ທ່ານ​ປະທາ​ນາ​ທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຕຳ​ແໜ່​ງ ຕວກກີ Recep Tayip Erdogan ຢູ່ ມົດ​ສະ​ກູ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບັນດາ​ເອກະສານ​ຮ່ວມ​ມື, ​ໃນ​ນັ້ນ ມີ​ໂຄງການ​ຮ່ວມ​ມື​ໄລຍະ​ກາງ​ໃນ​ຂົງ​ເຂດ​ເສດຖະກິດ - ການ​ຄ້າ, ວິທະຍາສາດ - ​ເຕັກນິກ ​ແລະ ວັດທະນະທຳ​ລະຫວ່າງ​ລັດຖະບານ​ສະຫະພັນ ລັດ​ເຊຍ ​ແລະ ຕວກກີ ​ໄລຍະ 2017 – 2020; ບົດບັນທຶກ​ຊ່ວຍ​ຈຳ​ໃນ​ຂົງ​ເຂດ​ກໍ່ສ້າງ​ພະນັກ​ງານການ​ທູດ ​ແລະ ​ແລ​ກປ່ຽນ​ບັນດາ​ເອກະສານ​ຂໍ້​ມູນ​ຂ່າວສານ; ປະກາດ​ກ່ຽວ​ກັບ​ແຜນການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ວັດທະນະທຳ​ສະຫະພັນ ລັດ​ເຊຍ ​ແລະ ກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ຕວກກີ ກ່ຽວ​ກັບ​ການຈັດ​ຕັ້ງ​ປີ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ…​ນອກ​ນັ້ນ 2 ຝ່າຍ​ຍັງ​ຄົງ​ລົງ​ນາມ​ໃນ​ບົດ​ບັນທຶກ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ​ໄອ​ຍະ​ການ​ສະຫະພັນ​ ລັດ​ເຊຍ ​ແລະ ກະຊວງ​ຍຸຕິ​ທຳ ຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ