ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ CSTO ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

(VOVWORLD) -ກອງປະຊຸມຍັງມີການເຂົ້າຮ່ວມຂອງປະທານາທິບໍດີບັນດາປະເທດຄື: ເບລາຣຸດ, ກາຊັກສະຖານ, ຕັດຈິກກິດສະຖານ ທ່ານນາຍົກລັດຖະມົນຕີປະເທດ ອາກເມເນຍ ແລະ ຜູ້ຮັກສາການປະທານາທິບໍດີ ກຽກກີກິດສະຖານ.
ລັດ​ເຊຍ ແລະ ບັນ​ດາ​ປະ​ເທດ CSTO ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putinເປັນປະທານກອງປະຊຸມຢູ່ມົດສະກູ, ລັດເຊຍ (ພາບ: AFP/TTXVN ) 

ວັນທີ 2 ທັນວາ, ກອງປະຊຸມຂອງການນຳບັນດາປະເທດສະມາຊິກຂຶ້ນກັບອົງການສົນທິສັນຍາ ຄວາມໝັ້ນຄົງລວມໝູ່ (CSTO) ໄດ້ດຳເນີນຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຂອງທ່ານ Vladimir Putin ປະທານາທິບໍດີ ລັດເຊຍ, ໂດຍເປັນປະເທດປະທານໃນປັດຈຸບັນ ຂອງ CSTO. ກອງປະຊຸມຍັງມີການເຂົ້າຮ່ວມຂອງປະທານາທິບໍດີບັນດາປະເທດຄື: ເບລາຣຸດ, ກາຊັກສະຖານ, ຕັດຈິກກິດສະຖານ ທ່ານນາຍົກລັດຖະມົນຕີປະເທດ ອາກເມເນຍ ແລະ ຜູ້ຮັກສາການປະທານາທິບໍດີ ກຽກກີກິດສະຖານ.

    ກ່າວຄຳຫັນທີ່ກອງປະຊຸມ, ທ່ານ Vladimir Putin ໄດ້ຢັ້ງຢືນວ່າ ໃນບົດບາດປະທານ ປີ 2020, ລັດເຊຍໄດ້ມານະພະຍາຍາມພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດ ກັບບັນດາປະເທດ ສະມາຊິກ CSTO, ຮັກສາການໂອ້ລົມສົນທະນາທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປີດອົກເປີດໃຈກ່ຽວກັບບັນດາບັນຫາຄວາມໝັ້ນຄົງໃນພາກພື້ນ. ໃນຈຳນວນບັນດາໝາກຜົນທີ່ບັນລຸໄດ້, ທ່ານປະທານາທິບໍດີລັດເຊຍໄດ້ເນັ້ນໜັກເຖິງການສົມທົບກັນຢ່າງແໜ້ນແຟ້ນໃນການຕໍ່ສູ້ກັບໂລກລະບາດໂຄວິດ - 19, ການໜູນຊ່ວຍບັນດາອຸປະກອນເຄື່ອງມືການແພດ, ຢຸກຢາຢ່າງທັນການຂອງລັດເຊຍໃຫ້ແກ່ບັນດາປະເທດສະມາຊິກ CSTO ແລະ ຄວາມສາມາດໃນການຜະລິດວັກຊິນ Sputnik V ຢູ່ບັນດາປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ