ລັດເຊຍ ແລະ ຝຣັ່ງ ຂັດແຍ້ງກັນຢູ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດກ່ຽວກັບບັນຫາ ຊີຣີ

(VOVWORLD) - ວັນທີ 27 ກໍລະກົດ, ລັດເຊຍ ໄດ້ກະຕຸກຊຸກຍູ້ບັນດາປະເທດມະຫາອຳນາດໃນໂລກຊ່ວຍ ຊີຣີ ຟື້ນຟູເສດຖະກິດ ແລະ ນຳຊາວລີ້ໄພກັບຄືນປະເທດ ໃນສະພາບທີ່ອຳນາດການປົກຄອງ Damascus ພວມຍູ້ແຮງບັ້ນຮົບຢຶດຄອງບັນດາເຂດດິນແດນທີ່ຖືກເສຍໄປໃນສົງຄາມທີ່ແກ່ຍາວເປັນເວລາ 7 ປີມານີ້ ຄືນໃໝ່.
ລັດເຊຍ ແລະ ຝຣັ່ງ ຂັດແຍ້ງກັນຢູ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດກ່ຽວກັບບັນຫາ ຊີຣີ - ảnh 1ລັດເຊຍ ແລະ ຝຣັ່ງ ຂັດແຍ້ງກັນຢູ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດກ່ຽວກັບບັນຫາ ຊີຣີ (ພາບ: AFP/TTXVN )

ກ່າວຄຳເຫັນທີ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ລັດເຊຍ Dmitry Polyansky ໄດ້ຮຽກຮ້ອງບັນດາປະເທດຢຸດຕິບັນດາຄຳສັ່ງລົງໂທດແນໃສ່ ຊີຣີ ພຽງແຕ່ຝ່າຍດຽວ. ເຖິງຢ່າງໃດກໍ່ຕາມ, ທີ່ກອງປະຊຸມດັ່ງກ່າວ ທ່ານເອກອັກຄະລັດຖະທູດ ຝຣັ່ງ Francois Delattre ຖະແຫຼງວ່າ ຈະບໍ່ມີການຊ່ວຍເຫຼືອໃນການກໍ່ສ້າງ ຊີຣີ ຄືນໃໝ່ ຖ້າຫາກທ່ານປະທານາທິບໍດີ al-Assad ບໍ່ເຫັນດີດຳເນີນໄລຍະຂ້າມຜ່ານດ້ານການເມືອງ, ໃນນັ້ນ ລວມມີລັດຖະທຳມະນູນໃໝ່ ແລະ ບັນດາການເລືອກຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ