ລັດເຊຍ ແລະ ພວກກະບົດ ຊີຣີ ສືບຕໍ່ເຈລະຈາຢູ່ Daraa

(VOVWORLD) - ວັນທີ 01 ກໍລະກົດ ອົງການຕິດຕາມສິດທິມະນຸດ ຊີຣີ (SOHR) ໃຫ້ຮູ້ວ່າ: ບັນດາການເຈລະຈາລະຫວ່າງຝ່າຍ ລັດເຊຍ ແລະ ກຳລັງປະກອບອາວຸດພວກກະບົດຢູ່ແຂວງ Daraa ພາກໃຕ້ ຊີຣີ
ລັດເຊຍ ແລະ ພວກກະບົດ ຊີຣີ ສືບຕໍ່ເຈລະຈາຢູ່ Daraa - ảnh 1 ສະພາບການຢູ່ເຂດ Daraa, Syria. (ພາບ: AFP/TTXVN)

ຍັງຄົງສືບຕໍ່ດຳເນີນໄປດ້ວຍຄວາມມານະພະຍາຍາມ ແນໃສ່ບັນລຸໄດ້ມາດຕະການແກ້ໄຂການປະທະກັນຢູ່ເຂດນີ້. ການກະທຳດັ່ງກ່າວ ດຳເນີນໄປໃນສະພາວະທີ່ມີແຫຼ່ງຂ່າວຖືວ່າ: ລັດເຊຍ ໄດ້ຍົກອອກຂໍ້ສະເໜີຕໍ່ພວກກະບົດຢູ່ Daraa.

        SOHR ໃຫ້ຮູ້ວ່າ: ຂໍ້ສະເໜີຂອງຝ່າຍ ລັດເຊຍ ຕໍ່ພວກກະບົດລວມມີການມອບສົ່ງອາວຸດປະເພດໜັກ ແລະ ລະດັບກາງ ໃນຂະນະທີ່ອາວຸດປະເພດເບົາຈະໄດ້ກຳນົດວັນເວລາລະອຽດ. ຕາມການສະເໜີດັ່ງກ່າວ, ບັນດາກົມກອງຕຳຫລວດຂອງ ຊີຣີ ແລະ ລັດເຊຍ ຈະໄດ້ຜັນຂະຫຍາຍຢູ່ Daraa. ນອກນັ້ນ, ບັນດາອົງການລັດຖະບານຈະກັບຄືນໄປເຄື່ອນໄຫວຢູ່ແຂວງນີ້, ແຕ່ກອງທັງ ຊີຣີ ຈະບໍ່ບຸກເຂົ້າບັນດາເຂດໂດຍພວກກະບົດຄວບຄຸມຢູ່ຫັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ