ລັດ​ເຊຍ ແລະ ຢູ​ແກຼນ ຈະສືບ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃນ​ວັນ​ທີ 1 ເມ​ສາ

(VOVWORLD) -ວັນທີ 30 ມີນາ, ທ່ານ David Arakhamia ນັກເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ປະເທດນີ້ ແລະ ລັດເຊຍ ຈະເຊື່ອມຕໍ່ການເຈລະຈາສັນຕິພາບແບບທາງໄກ ໃນວັນທີ 1 ເມສາ ພາຍຫຼັງຮອບເຈລະຈາຫວ່າງມໍ່ໆມານີ້ ຢູ່ຕວັກກີ.

ລັດ​ເຊຍ ແລະ ຢູ​ແກຼນ ຈະສືບ​ຕໍ່​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃນ​ວັນ​ທີ 1 ເມ​ສາ - ảnh 1ທ່ານ David Arakhamia ນັກເຈລະຈາ ຢູແກຼນ ແລະ ານ Vladimir Medinsky ຫົວໜ້າຄະນະເຈລະຈາ ລັດເຊຍ (ພາບ: Twitter/Mykhailo Podolyak.)

ໃນສານທີ່ໄດ້ລົງອິນເຕີແນັດ, ເຈົ້າໜ້າທີ່ຂັ້ນສູງຢູແກຼນທ່ານນີ້ ໄດ້ຊີ້ແຈ້ງວ່າ Kiev ໄດ້ເຈາະຈິ້ມກ່ຽວກັບການພົບປະລະຫວ່າງການນຳສອງປະເທດ, ແຕ່ລັດເຊຍຕອບວ່າ ຕ້ອງແກ້ໄຂຫຼາຍບັນຫາກ່ວາອີກກ່ຽວກັບຮ່າງສົນທິສັນຍາໃຫ້ເດັດຂາດກ່ວາອີກ.

ຕາມສຳນັກຂ່າວສານ Sputni knews  ແລ້ວ, ວັນທີ 30 ມີນາ, ທ່ານ Vladimir Medinsky ຫົວໜ້າຄະນະເຈລະຈາ ລັດເຊຍ ໃຫ້ຮູ້ວ່າ ການເຈລະຈາລະຫວ່າງປະເທດນີ້ ກັບ ຢູແກຼນ ຍັງສືບຕໍ່ດຳເນີນ, ພ້ອມທັງຢັ້ງຢືນວ່າ ທັດສະນະຂອງ ມົດສະກູ ກ່ຽວກັບເຂດ Donbass ແລະ Crimea ບໍ່ມີຫຍັງປ່ຽນແປງ.

ຕອບກັບ

ຂ່າວ/ບົດ​ອື່ນ