ລັດ​ເຊຍ ແລະ ຢູ​ແກຼນ ດຳ​ເນີນ​ການ​ແລກ​ປ່ຽນ​ສະ​ເລີຍ​ເສິກຄັ້ງໃຫຍ່​ທີ່​ສຸດ​ນັບ​ແຕ່​ເວ​ລາ​ເກີດ​ການ​ປະ​ທະ​ກັນ

(VOVWORLD) - ທ່ານ Dmytro Lubinets ນັກກວດກາດ້ານສິດທິມະນຸດ ຢູແກຼນ ໃຫ້ຮູ້ວ່າ ນີ້ແມ່ນການແລກປ່ຽນສະເລີຍເສິກຄັ້ງທີ 49 ໃນການປະທະກັນນີ້ ແລະ ມາຮອດປັດຈຸບັນ Kiev ໄດ້ຮັບສະເລີຍເສິກ 2576 ຄົນ ຜ່ານບັນດາການແລກປ່ຽນນີ້.
ລັດ​ເຊຍ ແລະ ຢູ​ແກຼນ ດຳ​ເນີນ​ການ​ແລກ​ປ່ຽນ​ສະ​ເລີຍ​ເສິກຄັ້ງໃຫຍ່​ທີ່​ສຸດ​ນັບ​ແຕ່​ເວ​ລາ​ເກີດ​ການ​ປະ​ທະ​ກັນ - ảnh 1ພາບປະກອບ: Reuters

ຕອນຄ່ຳວັນທີ 3 ມັງກອນ, ຜູ້ຕາງໜ້າລັດຖະບານ ລັດເຊຍ ແລະ ຢູແກຼນ ໄດ້ປະກາດວ່າ ສອງຝ່າຍໄດ້ດຳເນີນການແລກປ່ຽນສະເລີຍເສິກຄັ້ງໃຫຍ່ທີ່ສຸດນັບແຕ່ເວລາເກີດການປະທະກັນໃນເດືອນກຸມພາປີ 2022, ຕາມຂໍ້ຕົກລົງ ໂດຍ ສະຫະລັດ ອາຣັບ ເອມີເລດ ເປັນກາງ. ຕາມນັ້ນແລ້ວ, ນາຍທະຫານຢູແກຼນ 230 ຄົນ ແລະ ນາຍທະຫານ ລັດເຊຍ 248 ຄົນ ໄດ້ຮັບການປ່ອຍຕົນເປັນອິດສະຫຼະ ແລະ ກັບເມືອບ້ານເກີດ ໃນການແລກປ່ຽນຄັ້ງທຳອິດລະຫວ່າງສອງຝ່າຍ ພາຍຫຼັງເວລາເກືອບ 5 ເດືອນ. ທ່ານ Dmytro Lubinets ນັກກວດກາດ້ານສິດທິມະນຸດ ຢູແກຼນ ໃຫ້ຮູ້ວ່າ ນີ້ແມ່ນການແລກປ່ຽນສະເລີຍເສິກຄັ້ງທີ 49 ໃນການປະທະກັນນີ້ ແລະ ມາຮອດປັດຈຸບັນ Kiev ໄດ້ຮັບສະເລີຍເສິກ 2576 ຄົນ ຜ່ານບັນດາການແລກປ່ຽນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ