ລັດເຊຍ ແລະ ຢູແກຼນ ດຳເນີນການແລກປ່ຽນສະເລີຍເສິກຄັ້ງໃຫມ່

(VOVWORLD) -ວັນທີ 24  ສິງຫາ, ກະຊວງປ້ອງກັນປະເທດ ລັດເຊຍ ໄດ້ປະກາດວ່າ ປະເທດນີ້ ໄດ້ຈັດສົ່ງພົນທະຫານ 115 ຄົນທີ່ຖືກ ຢູແກຼນ ຈັບຕົວຢູ່ ແຂວງ Kursk ກັບເມືອປະເທດ. ແທນທີ່ນັ້ນ ສະເລີຍເສິກ ຢູແກຼນ 115 ຄົນກໍ່ໄດ້ມອບສົ່ງໃຫ້ອຳນາດການປົກຄອງ ກີແອບ.

ລັດເຊຍ ແລະ ຢູແກຼນ ດຳເນີນການແລກປ່ຽນສະເລີຍເສິກຄັ້ງໃຫມ່ - ảnh 1ພົນທະຫານ ຢູແກຼນ. ພາບ: Reuters

ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ: UAE ສວມບົດບາດໄກ່ເກ່ຍປອງດ່ອງໃນວິວັດການແລກປ່ຽນສະເລີຍເສິກລະຫວ່າງ ລັດເຊຍ ແລະ ຢູແກຼນ. ການແລກປ່ຽນສະເລີຍເສິກ ໄດ້ດຳເນີນພາຍຫລັງພຽງ 2 ອາທິດ ເມື່ອກອງທັບ ຢູແກຼນ ບຸກໂຈມຕີເຂົ້າແຂວງ Kursk ຂອງລັດເຊຍແບບບັງເອີນ ພາຍຫລັງຫລາຍເດືອນທີ່ກະກຽມຢ່າງປິດລັບ.

ນີ້ກໍ່ແມ່ນການແລກປ່ຽນສະເລີຍເສິກຄັ້ງທີ 7 ລະຫວ່າງ ລັດເຊຍ ແລະ ຢູແກຼນ ຊື່ງ UAE ແມ່ນປະເທດໄກ່ເກ່ຍ ນັບແຕ່ເມື່ອເກີດການປະທະກັນ ຢູແກຼນ ໃນປີ 2022. ນັບແຕ່ເມື່ອເກີດການປະທະກັນ, UAE ໄດ້ເປັນນັກໄກ່ເກ່ຍໃຫ້ສອງຝ່າຍແລກປ່ຽນສະເລີຍເສິກລວມທັງໝົດແມ່ນ 1.788 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ