ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງສືບຕໍ່ຂົນສົ່ງອາຍແກັດໄປຍັງ ເອີຣົບ

(VOVWORLD) -ພາຍຫລັງພົບປະເຈລະຈາຢ່າງເຄັ່ງຕຶງມາເປັນເວລາຫລາຍເດືອນ, ຕອນຄ່ຳວັນທີ 20 ທັນວາ, ລັດເຊຍ ແລະ ຢູແກຼນ ໄດ້ລົງນາມອະນຸສັນຍາເພີ່ມເຕີມໃຫ້ແກ່ຂໍ້ຕົກລົງກ່ຽວກັບເລື່ອງສືບຕໍ່ຂົນສົ່ງອາຍແກັດເຜົາໄໝ້ຈາກ ລັດເຊຍ ໄປຍັງ ເອີຣົບ ຜ່ານດິນແດນ ຢູແກຼນ ແລະ ປັບປຸງບັນດາຄວາມຮຽກຮ້ອງຕ້ອງການລວມ. 
ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງສືບຕໍ່ຂົນສົ່ງອາຍແກັດໄປຍັງ ເອີຣົບ - ảnh 1ລັດເຊຍ ແລະ ຢູແກຼນ ບັນລຸໄດ້ຂໍ້ຕົກລົງສືບຕໍ່ຂົນສົ່ງອາຍແກັດໄປຍັງ ເອີຣົບ (ພາບ:  AFP/TTXVN)

ນີ້ແມ່ນໝາກຜົນຂອງການພົບປະເຈລະຈາລະຫວ່າງ 2 ຝ່າຍ ເຊິ່ງດຳເນີນໄປຢູ່ນະຄອນຫລວງ Mink ປະເທດ ເບລາຣຸດ. ທ່ານ Sergei Kupriyanov ໂຄສົກກຸ່ມບໍລິສັດອາຍແກັດ Gazprom ໄດ້ຢືນຢັນຂໍ້ມູນຂ່າວດັ່ງກ່າວ ພ້ອມທັງໃຫ້ຮູ້ວ່າ: 2 ຝ່າຍໄດ້ແກ້ໄຂບັນດາບັນຫາທີ່ຍັງຕິດຂັດ ເພື່ອບັນລຸໄດ້ຂໍ້ຕົກລົງສະບັບໃໝ່  ເຊິ່ງມີຜົນສັກສິດໃນໄລຍະ 5 ປີ, ແທນໃຫ້ຂໍ້ຕົກລົງໃນປັດຈຸບັນ (ໄລຍະເວລາ 10 ປີ) ຈະໝົດອາຍຸໃນວັນທີ 31 ທັນວາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ