ລັດ​ເຊຍ ແລະ ຢູ​ແກຼນ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ໄວໆ​ນີ້

(VOVWORLD) -ວັນທີ 11 ມັງກອນ, ບັນດາກຳມະການສິດທິມະນຸດຂອງ ລັດເຊຍ, ຢູແກຼນ ແລະ ຕວັກກີ, ດຳເນີນການພົບປະສາມຝ່າຍນອກກອງປະຊຸມສາກົນ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ Ankara ຂອງ ຕວັກກີ. 
ລັດ​ເຊຍ ແລະ ຢູ​ແກຼນ ມາ​ນະ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໃນ​ໄວໆ​ນີ້ - ảnh 1ໂບດແຫ່ງໜຶ່ງຖືກມ້າງເພທຳລາຍ ໃນການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ (ພາບ: AFP/TTXVN)

ຕາມສຳນັກຂ່າວສານ TASS, ວັນທີ 11 ມັງກອນ, ບັນດາກຳມະການສິດທິມະນຸດຂອງ ລັດເຊຍ, ຢູແກຼນ ແລະ ຕວັກກີ, ດຳເນີນການພົບປະສາມຝ່າຍນອກກອງປະຊຸມສາກົນ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນຫຼວງ Ankara ຂອງ ຕວັກກີ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຕວັກກີ Mustafa Sentop ຢັ້ງຢືນວ່າ ຈະສືບຕໍ່ມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ ໂດຍໄວ.

        ສ່ວນທ່ານນາງ Tatyana Moskalkova ກຳມະການສິດທິມະນຸດ ລັດເຊຍ ໃຫ້ຮູ້ວ່າ ລັດເຊຍ ແລະ ຢູແກຼນ ໄດ້ອຳນວຍຄວາມສະດວກໃຫ້ແກ່ການປ່ອນສະເລີຍເສິກ ຝ່າຍລະ 40 ຄົນແລ້ວ. ເຖິງຢ່າງໃດກໍຕາມ, ທ່ານນາງບໍ່ໄດ້ເວົ້າລະອຽດກ່ຽວກັບຈຸດເວລາດຳເນີນການປ່ອຍສະເລີຍເສິກນີ້.


 

ຕອບກັບ

ຂ່າວ/ບົດ​ອື່ນ