ລັດ​ເຊຍ ແລະ ຢູ​ແກຼນ ແລກ​ປ່ຽນນັກ​ໂທດ 190 ດ້ວຍ​ບົດ​ບາດ​ເປັນ​ກາງ​ຂອງ UAE

(VOVWORLD) - ນາຍທະຫານປະຊາຊົນ 95 ຄົນດັ່ງກ່າວໂດຍເຮືອບິນຂົນສົ່ງການທະຫານຂອງກຳລັງກອງທັບອາກາດ ອາວະກາດ ລັດເຊຍ ຈະພາກັບໄປມົດສະກູ ເພື່ອປິ່ນປົວ ແລະ ຟື້ນຟູຮ່າງກາຍຢູ່ຮາກຖານເສນາຮັກຕ່າງໆ, ເຊິ່ງໄດ້ສະໜອງການໜູນຊ່ວຍທີ່ຈຳເປັນ ທາງການແພດ ແລະ ຈິດຕະສາດ.
ລັດ​ເຊຍ ແລະ ຢູ​ແກຼນ ແລກ​ປ່ຽນນັກ​ໂທດ 190 ດ້ວຍ​ບົດ​ບາດ​ເປັນ​ກາງ​ຂອງ UAE - ảnh 1ນັກຮົບ ຢູແກຼນ (ພາບ: AFP/TTXVN)

ວັນທີ 17 ກໍລະກົດ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າປະເທດນີ້ໄດ້ນຳນາຍທະຫານປະຊາຊົນ 95 ຄົນຖືກກັກຂັງຢູ່ ຢູແກຼນ ກັບເມືອປະເທດຕາມຂໍ້ຕົກລົງແລກປ່ຽນ ໂດຍ ບັນດາປະເທດ ສະຫະລັດ ອາຣັບເອັມມິເລດ(UAE) ເປັນກາງ. ມີ ນັກໂທດຢູແກຼນ  95 ຄົນກໍ່ໄດ້ມອບສົ່ງໃຫ້ອຳນາດການປົກຄອງ Kiev. ຕາມກະຊວງປ້ອງກັນປະເທດ ລັດເຊຍແລ້ວ, ນາຍທະຫານປະຊາຊົນ 95 ຄົນດັ່ງກ່າວໂດຍເຮືອບິນຂົນສົ່ງການທະຫານຂອງກຳລັງກອງທັບອາກາດ ອາວະກາດ ລັດເຊຍ ຈະພາກັບໄປມົດສະກູ ເພື່ອປິ່ນປົວ ແລະ ຟື້ນຟູຮ່າງກາຍຢູ່ຮາກຖານເສນາຮັກຕ່າງໆ, ເຊິ່ງໄດ້ສະໜອງການໜູນຊ່ວຍທີ່ຈຳເປັນ ທາງການແພດ ແລະ ຈິດຕະສາດ. ນີ້ເປັນຄັ້ງທີສອງ ທີ່ລັດເຊຍ ແລະ ຢູແກຼນແລກປ່ຽນນັກໂທດໃນເວລາ 3 ອາທິດຜ່ານມາ. ການແລກປ່ຽນນັກໂທດກ່ອນນັ້ນໄດ້ດຳເນີນໃນວັນທີ 25 ມິຖຸນາ ແລະ ມີນາຍທະຫານປະຊາຊົນລັດເຊຍ 90 ຄົນໄດ້ສົ່ງກັບເມືອປະເທດ.

ກໍໃນວັນດຽວກັນ, ກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຖືວ່າ ຝ່າຍຕາເວັນຕົກ ພວມພະຍາຍາມປະຕິບັດ “ແຜນການສັນຕິພາບ” ຂອງທ່ານປະທານາທາບໍດີ ຢູແກຼນ Zelensky ດ້ວຍທຸກວິທີ. ທ່ານ Lavrov ເນັ້ນໜັກວ່າການແກ້ໄຂວິກິດການນີ້ຕ້ອງຄິດໄລ່ເຖິງເງື່ອນໄຂຕົວຈິງ ແລະ ເພື່ອຢຸດຕິການປະທະກັນ, ຝ່າຍຕາເວັນຕົກຕ້ອງຢຸດຕິການສະໜອງອາວຸດໃຫ້ແກ່ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ