ລັດເຊຍ ແລະ ຢູແກຼນ ແລກປ່ຽນສະເລີຍເສິກສົງຄາມ 200 ຄົນ

(VOVWORLD) -ເດືອນ ພະຈິກ ປີກາຍ, ຜູ້ຕາງຫນ້າຂອງລັດເຊຍ ແລະ ຢູແກຼນ ໄດ້ພົບປະກັນຢູ່ UAE ແລະ ໄດ້ປຶກສາຫາລືກ່ຽວກັບຄວາມສາມາດແລກປ່ຽນສະເລີຍເສິກ
ລັດເຊຍ ແລະ ຢູແກຼນ ແລກປ່ຽນສະເລີຍເສິກສົງຄາມ 200 ຄົນ - ảnh 1ພົນທະຫານ ຢຸແກຼນ ໄປກວດກາ ຢູ່ ບ້ານ Katerynivka, ພາກຕາເວັນອອກ ຢູແກຼນ. (ພາບ:AFP/TTXVN)

ວັນທີ  4 ກຸມພາ, ຫົວຫນ້າຫ້ອງວ່າການປະທານາທິບໍດີ ຢູແກຼນ, ທ່ານ Andriy Yermak ໃຫ້ຮູ້ວ່າ: ສະເລີຍເສິກ ຊາວ ຢູແກຼນ 116 ຄົນໄດ້ຮັບການປ່ອຍຕົວ. ໃນຂະນະນັ້ນ ບັນດາສຳນັກຂ່າວ ລັດເຊຍ ກໍ່ຄັດສະເຫນີແຫລ່ງຂ່າວຈາກກະຊວງປ້ອງກັນປະເທດຂອງລັດເຊບ ໃຫ້ຮູ້ວ່າ: ມີຊາວລັດເຊຍ 63 ຄົນໄດ້ປ່ອຍຕົວໃນໂອກາດນີ້.

ກ່ອນຫນ້ານັ້ນ ທ້າຍເດືອນ ພະຈິກ ປີກາຍ, ຜູ້ຕາງຫນ້າຂອງລັດເຊຍ ແລະ ຢູແກຼນ ໄດ້ພົບປະກັນຢູ່ UAE ແລະ ໄດ້ປຶກສາຫາລືກ່ຽວກັບຄວາມສາມາດແລກປ່ຽນສະເລີຍເສິກ, ເຊື່ອມຕໍ່ການເຄື່ອນໄຫວສົ່ງອອກຝຸ່ນເຄມີຂອງລັດເຊຍ ໄປຍັງ ອາຊີ ແລະ ອາຟຼິກາ ຜ່ານທໍ່ຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ