ລັດ​ເຊຍ ແລະ ສ​ປ​ຊ ກຳ​ນົດ​ເວ​ລາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ

(VOVWORLD) - ບັນດາຝ່າຍທີ່ກ່ຽວຂ້ອງພວມປຶກສາຫາລືກ່ຽວກັບຄວາມສາມາດຈັດກອງປະຊຸມລະດັບສູງກ່ຽວກັບຂໍ້ຕົກລົງທັນຍາພຶດທະເລດຳ, ເຖິງຢ່າງໃດກໍ່ຕາມຍັງບໍ່ທັນກຳນົດເວລາລະອຽດ
ລັດ​ເຊຍ ແລະ ສ​ປ​ຊ ກຳ​ນົດ​ເວ​ລາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ - ảnh 1(ພາບ:  AFP/TTXVN)

ວັນທີ 3 ພຶດສະພາ, ສຳນັກຂ່າວສານ TASS ໃຫ້ຮູ້ວ່າ ຄະນະປະຕິບັດງານຂອງ ລັດຖະບານ ລັດເຊຍ ຈະພົບປະກັບຜູ້ຕາງໜ້າ ສປຊ ປະຈຳ ມົດສະກູ ໃນວັນທີ 5 ພຶດສະພາ ເພື່ອປຶກສາຫາລື ກ່ຽວກັບການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງສອງຝ່າຍທີ່ກ່ຽວຂ້ອງເຖິງການຊຸກຍູ້ການສົ່ງອອກ ປຸ໋ຍ ແລະ ຜະລິດຕະພັນກະເສດ ລັດເຊຍ ໃນຕະຫຼາດໂລກ.

ທ່ານນາງ ໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ໃຫ້ຮູ້ວ່າ: ການປຶກສາຫາລືຮອບຕໍ່ໄປກ່ຽວກັບການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງ ລັດເຊຍ ແລະ ສປຊ ມີການເຂົ້າຮ່ວມຂອງ ທ່ານນາງ Rebeca Grynspan ເລຂາທິການໃຫຍ່ ອົງການ ສປຊ ເພື່ອການຄ້າ ແລະ ການພັດທະນາ (UNCTAD). ບັນດາຝ່າຍທີ່ກ່ຽວຂ້ອງພວມປຶກສາຫາລືກ່ຽວກັບຄວາມສາມາດຈັດກອງປະຊຸມລະດັບສູງກ່ຽວກັບຂໍ້ຕົກລົງທັນຍາພຶດທະເລດຳ, ເຖິງຢ່າງໃດກໍ່ຕາມຍັງບໍ່ທັນກຳນົດເວລາລະອຽດ. ການເຄື່ອນໄຫວຕິດຕໍພົວພັນ, ແລກປ່ຽນຂໍ້ມູນລະຫວ່າງບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງ (ລັດເຊຍ, ສປຊ, ຕວັກກີ ແລະ ຢູແກຼນ) ຍັງດຳເນີນໄປຢ່າງຕໍ່ເນື່ອງຢູ່ສູນປະສານງານລວມຢູ່ Istanbul (ປະເທດ ຕວັກກີ).

ຕອບກັບ

ຂ່າວ/ບົດ​ອື່ນ