ລັດເຊຍ ແລະ ສປປ.ເກົາຫຼີ ຊຸກຍູ້ວຽກງານກະກຽມໃຫ້ແກ່ ກອງປະຊຸມສຸດຍອດ

(VOVWORLD) -ທ່ານ Kim Yeon-chul ລັດຖະມົນຕີກະຊວງທ້ອນໂຮມຊາດ ຂອງ ສ.ເກົາຫຼີ ໄດ້ມີການພົບປະກັບທ່ານ Andrey Kulik ເອກອັກຄະລັດຖະທູດ ລັດເຊຍ ປະຈໍາ ເຊີອູນ  ແລະ ປຶກສາຫາລືກ່ຽວກັບ ບັນຫາ ສປປ.ເກົາຫຼີ 

ວັນທີ 22 ເມສາ, ທ່ານ Kim Yeon-chul ລັດຖະມົນຕີກະຊວງທ້ອນໂຮມຊາດ ຂອງ ສ.ເກົາຫຼີ ໄດ້ມີການພົບປະກັບທ່ານ Andrey Kulik ເອກອັກຄະລັດຖະທູດ ລັດເຊຍ ປະຈໍາ ເຊີອູນ  ແລະ ປຶກສາຫາລືກ່ຽວກັບ ບັນຫາ ສປປ.ເກົາຫຼີ ກໍຄືບັນດາບັນຫາອື່ນໆ ກ່ອນການດໍາເນີນກອງປະຊຸມສຸດຍອດ ຈະດໍາເນີນໄປ ລະຫວ່າງ ການນໍາ ສປປ.ເກົາຫຼີ Kim Jong-un ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin. ກ່າວຄໍາເຫັນທີ່ການຖະແຫຼງຂ່າວ ຢູ່ ເຊີອູນ, ທ່ານ Kim Yeon-chul ໃຫ້ຮູ້ວ່າ: “ສ.ເກົາຫຼີ ແລະ ລັດເຊຍ ໄດ້ປືກສາຫາລືກ່ຽວກັບວິທີການຮ່ວມມືສາມຝ່າຍລະຫວ່າງ ສ.ເກົາຫຼີ, ສປປ.ເກົາຫຼີ ແລະ ລັດເຊຍ ແຕ່ດົນນານມາແລ້ວ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ.  ຂ້າພະເຈົ້າຫວັງວ່າ ພວກເຮົາ ຈະສືບຕໍ່ປຶກສາກັນຢ່າງແໜ້ນແຟ້ນ ກ່ຽວກັບວິວັດທະນາການດັ່ງກ່າວ ເພື່ອຈັດຕັ້ງປະຕິບັດ”.

        ສ່ວນທ່ານ Andrey Kulik ຖືວ່າ ລັດເຊຍ ໄດ້ຊຸກຍູ້ບັນດາຄວາມມານະພະຍາຍາມ ເພື່ອປະຕິບັດການຮ່ວມມືສາມຝ່າຍ ແລະ ບັນດາໂຄງການຮ່ວມມື ກໍຄື ອາດຈະນໍາມາເຊິ່ງຜົນປະໂຫຍດດ້ານເສດຖະກິດ. ທ່ານ ເນັ້ນໜັກວ່າ ຫຼັກໝັ້ນຂອງ ລັດເຊຍ ແລະ ສ.ເກົາຫຼີ ໃນການດໍາເນີນວິວັດທະນາການສ້າງສັນຕິພາບ ໃນແຫຼມ ເກົາຫຼີ ແລະ ແກ້ໄຂບັນດາບັນຫານິວເຄຼຍ ຂອງ ສປປ.ເກົາຫຼີ ແມ່ນຄືກັນທີ່ສຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ