ລັດ​ເຊຍ ແລະ ອີ​ຢິບ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ເລີ່ມ​ດຳ​ເນີນ​ການ​ເຈ​ລະ​ຈາ ປາ​ແລັດ​ສະ​ຕິນ - ອິດ​ສະ​ຣາ​ແອັນ ຄືນ​ໃໝ່​ຍິ່ງ​ໄວ​ກໍ​ຍິ່ງ​ດີ

(VOVWORLD) -ຈຳເປັນຕ້ອງເລີ່ມຟື້ນຟູການເຈລະຈາ ປາແລັດສະຕິນ - ອິດສະຣາແອັນ ຄືນໃໝ່ຍິ່ງໄວກໍຍິ່ງດີເພື່ອແກ້ໄຂບັນຫາຕົ້ນຕໍກ່ຽວກັບຖານະຂອງ ປາແລັດສະຕິນ ກໍຄືບັນລຸໄດ້ມາດຕະການຮອບດ້ານອີງໃສ່ກອບນິຕິກຳທີ່ໄດ້ຮັບການຮັບຮອງຈາກສາກົນ.
ລັດ​ເຊຍ ແລະ ອີ​ຢິບ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ເລີ່ມ​ດຳ​ເນີນ​ການ​ເຈ​ລະ​ຈາ ປາ​ແລັດ​ສະ​ຕິນ - ອິດ​ສະ​ຣາ​ແອັນ ຄືນ​ໃໝ່​ຍິ່ງ​ໄວ​ກໍ​ຍິ່ງ​ດີ - ảnh 1ຊາວ ປາແລັດສະຕິນ ແຫ່ຂະບວນປະທ້ວງຢູ່ ເຂດ Gaza (ພາບ: THX/TTXVN)

ນີ້ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອີຢິບ ທ່ານ Sameh Shoukry ໃນການເຈລະຈາທີ່ໄດ້ດຳເນີນໃນວັນທີ 31 ມັງກອນ ຢູ່ ມົດສະກູ, ສະຫະພັນ ລັດເຊຍ.

        ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ໃຫ້ຮູ້ວ່າ ທັງ ມົດສະກູ ແລະ ກາຍໂຣ ລ້ວນແຕ່ມີຄວາມວິຕົກກັງວົນກ່ຽວກັບ “ກຳລັງດັນທີ່ບໍ່ດີ” ສຳລັບສະພາບການຢູ່ເຂດເກີດການປະທະກັນລະຫວ່າງ ປາແລັດສະຕິນ - ອິດສະຣາແອັນ. ລັດຖະມົນຕີການຕ່າງປະເທດ ລັດເຊຍ ກໍຢັ້ງຢືນວ່າ ຈຳເປັນຕ້ອງເຊື່ອມຕໍ່ວຽກງານຂອງກຸ່ມ 4 ຝ່າຍເປັນກາງໄກ່ເກ່ຍສາກົນ (ລວມມີ ອາເມລິກາ, ລັດເຊຍ, ສປຊ ແລະ ສະຫະພາບເອີຣົບ) ກໍຄື ສົມທົບກັນຢ່າງແໜ້ນແຟ້ນບໍ່ວ່າກັບປະເທດ ອາຣັບ ໃດທີ່ກ່ຽວຂ້ອງເຖິງວິວັດທະນາການສ້າງສັນຕິພາບຢູ່ພາກພື້ນຕາເວັນອອກກາງ.


ຕອບກັບ

ຂ່າວ/ບົດ​ອື່ນ