ລັດເຊຍ ແລະ ອີຢິບ ເປັນຄັ້ງທຳອິດຈັດຕັ້ງການຊ້ອມຮົບປ້ອງກັນອາກາດຮ່ວມ

(VOVWORLD) - ວັນທີ 26 ຕຸລາ, ລັດເຊຍ ແລະ ອີຢິບ ໄດ້ເລີ່ມເຄື່ອນໄຫວການຊ້ອມຮົບປ້ອງກັນອາກາດຮ່ວມຄັ້ງທຳອິດທີ່ມີຊື່ວ່າ “ລູກທະນູມິດຕະພາບ - 2019”. ການຊ້ອມຮົບຈະແກ່ຍາວຮອດວັນທີ 13 ພະຈິກ ຢູ່ສູນຝຶກຊ້ອມຍຸດທະວິທີຂອງກຳລັງປ້ອງກັນອາກາດ ອີຢິບ. 
ລັດເຊຍ ແລະ ອີຢິບ ເປັນຄັ້ງທຳອິດຈັດຕັ້ງການຊ້ອມຮົບປ້ອງກັນອາກາດຮ່ວມ - ảnh 1ລັດເຊຍ ແລະ ອີຢິບ ເປັນຄັ້ງທຳອິດຈັດຕັ້ງການຊ້ອມຮົບປ້ອງກັນອາກາດຮ່ວມ (ພາບ: THX/TTXVN)

ແຈ້ງການຢ່າງເປັນທາງການຈາກທະຫານເຂດພາກໃຕ້ຂອງ ລັດເຊຍ ໃຫ້ຮູ້ວ່າ: ພົນທະຫານ 100 ຄົນຂອງທະຫານເຂດນີ້ ຈະເຂົ້າຮ່ວມການຊ້ອມຮົບ ແນໃສ່ແລກປ່ຽນບົດຮຽນການທະຫານ, ຮັບປະກັນຄວາມໝັ້ນຄົງທາງອາກາດ ແລະ ຈັດຕັ້ງການປ້ອງກັນອາກາດປົກປ້ອງບັນດາເປົ້າໝາຍສຳຄັນ, ປະຕິບັດບັນດາທັກສະຕົວຈິງຂອງພົນທະຫານ ແລະ ນາຍທະຫານໃຫ້ສຳເລັດ. ປັດຈຸບັນ, ອີຢິບ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ລັດເຊຍໃນຂົງເຂດເຕັກນິກການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ