ລັດເຊຍ ແລະ ອີຣານ ຕຳໜິຕິຕຽນເຫດຍິງລູກສອນໄຟໃສ່ ຊີຣີ ຂອງ ອາເມລິກາ

ລັດເຊຍ ແລະ ອີຣານ ຕຳໜິຕິຕຽນເຫດຍິງລູກສອນໄຟໃສ່ ຊີຣີ ຂອງ ອາເມລິກາ - ảnh 1
(ພາບປະກອບ / AFP/TTXVN)

(vovworld) - ວັງ Kremlin ​ໃຫ້​ຮູ້​ວ່າ: ​ໃນ​ການ​ໂອ້​ລົ​ມທາງ​ໂທລະສັບ​​ເມື່ອວັນ​ທີ 09/04 ລະຫວ່າງ​ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ແລະ ຄູ່​ຕຳ​​ແໜ່​ງ ອີຣານ Hassan Rouhani, ການ​ນຳ 2 ທ່ານ​ໄດ້​ຕຳ​ໜິຕິຕຽນ​ການ​ກະທຳ​ບຸກ​ໂຈມ​ຕີ​ຂອງ ອາ​ເມ​ລິ​ກາ ທີ່​ເລັ່ງ​ໃສ່​ຖານ​ທີ່​ໝັ້ນທັບ​ອາກາດ​ຂອງ ຊີຣີ ກ່ອນ​ນັ້ນ 2 ວັນ. ການ​ນຳ 2 ທ່ານ​ຖື​ວ່າ: ການ​ກະທຳ​ຂອງ ອາ​ເມ​ລິ​ກາ ​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້ ​ແລະ ລະ​ເມີດ​ກົດໝາຍ​ສາກົນ. ການ​ນຳ 2 ທ່ານ​ກໍ່​ໄດ້​ຮຽກຮ້ອງ​ດຳ​ເນີນ​ການ​ສືບສວນຢ່າງ​ພາວະ​ວິ​ໄສກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີທີ່​ສົງ​ໄສວ່າ ​ໄດ້​ນຳ​ໃຊ້​ອາວ​ຸດ​ເຄມີ​ຢູ່​ເທດສະບານ​ເມືອງ Khan Sheikhun, ຂຶ້ນ​ກັບ​​ແຂວງ Idlib ຂອງ ຊີຣີ ​ໃນ​ວັນ​ທີ 04/04. ​ທັງ 2 ຝ່າຍກໍ່ພ້ອມ​ແລ​້ວທີ່​ຈະ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ​ໃນ​ການ​ຕໍ່ສູ້​ຕ້າ​ນໍ່​ການ​ຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ