ລັດ​ເຊຍ ແລະ ອາ​ຣັບ​ບິ ຊາ​ອຸ​ດິ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່ຮ່ວມ​ມື​ໃນ​ຂ​ອບ​ເຂດ OPEC+

(VOVWORLD) -ວັນທີ 3 ກຸມພາ, ວັງ Kremlin ໄດ້ປະກາດວ່າ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ກະສັດລາຊະອານາຈັກ ອາຣັບບິ ຊາອຸດິ Salman  ໄດ້ຢັ້ງຢືນວ່າ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືໃນຂອບເຂດອົງການບັນດາປະເທດສົ່ງອອກນ້ຳມັນເປີດກ້ວາງ (OPEC+) ເພື່ອຮັບປະກັນຄວາມສະຖຽນລະພາບຕະຫຼາດນ້ຳມັນໃນທົ່ວໂລກ. ການນຳສອງທ່ານກໍ່ໄດ້ປຶກສາຫາລືກ່ຽວກັບສະພາບການຕະຫຼາດນ້ຳມັນໃນທົ່ວໂລກ.
ລັດ​ເຊຍ ແລະ ອາ​ຣັບ​ບິ ຊາ​ອຸ​ດິ ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່ຮ່ວມ​ມື​ໃນ​ຂ​ອບ​ເຂດ OPEC+ - ảnh 1ຮາກຖານກັ່ນຕອງນ້ຳມັນຂອງອາຣັບບິ ຊາອຸດິ (ພາບ: AFP/TTXVN)

ການກະທຳດັ່ງກ່າວໄດ້ດຳເນີນໃນສະພາບການທີ່ມີບັນດາແຫຼ່ງຂ່າວໃຫ້ຮູ້ວ່າ OPEC ແລະ ບັນດາພັນທະມິດພວມຊັ່ງຊາຫຼຸດຜ່ອນປະລິມານນ້ຳມັນຕື່ມອີກ ປະມານ 500.000 ຖັງ/ວັນຍ້ອນການກະທຳຂອງ ເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ nCoV ຕໍ່ກັບຄວາມຕ້ອງການນ້ຳມັນ. ວັນທີ 3 ກຸມພາ,  ສຳນັກຂ່າວສານ Reuters (ອັງກິດ) ໄດ້ຄັດສະເໜີບັນດາແຫຼ່ງຂ່າວວ່າ OPEC+ ພວມພິຈາລະນາຈັດຕັ້ງກອງປະຊຸມຂັ້ນລັດຖະມົນຕີໃນວັນທີ 14 – 15 ກຸມພາຈະມາເຖິງເພື່ອປຶກສາຫາລືບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ