ລັດເຊຍ ແລະ ອາເມລິກາ ເຫັນດີເປັນເອກະສັນຕໍ່ແຜນການຢຸດຍິງໃໝ່ຢູ່ ຊີຣີ

ລັດເຊຍ ແລະ ອາເມລິກາ ເຫັນດີເປັນເອກະສັນຕໍ່ແຜນການຢຸດຍິງໃໝ່ຢູ່ ຊີຣີ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ​ ລັດ​ເຊຍ Sergei Lavrov
​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ John Kery
(ພາບ: Reuters)

(vovworld) - ຕອນ​ເຊົ້າ​ວັນ​ທີ 10/9, ລັດຖະມົນຕີ​ການ​ຕ່າງປະ​ເທດ​ ລັດ​ເຊຍ Sergei Lavrov ​ແລະ ຄູ່​ຕຳ​ແໜ່​ງ ອາ​ເມ​ລິ​ກາ John Kery ​ໄດ້​ສິ້ນ​ສຸດ​ການ​ເຈລະຈາ​ທີ່​ແກ່ຍາວ​ເປັນ​ເວລາ 13 ຊົ່ວ​ໂມງ ຢູ່ ​ເຊີ​ແນວ (ຊະ​ວິດ). ສອງ​ຝ່າຍ​ໄດ້​ເປັນ​ເອກະສັນ​ກ່ຽວ​ກັບ​ແຜນການ​ຢຸດ​ຍິງ​ຢູ່ ຊີຣີ ​ແລະ ສ້າງ​ພື້ນຖານ​ໃຫ້​ແກ່​ວິວັດ​ທະນາການ​ສັນຕິພາບ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້. ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ​ພາຍຫຼັງ​ສິ້ນ​ສຸດ​ການ​ເຈລະຈາ, ທ່ານ ລັດຖະມົນຕີ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ John Kery ​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ຄຳ​ສັ່ງ​ຢຸດ​ຍິງ​ໃໝ່​ຢູ່ ຊີຣີ ຄາດ​ວ່າ​ຈະ​ມີ​ຜົນ​ສັກສິດ​ນັບ​ແຕ່​ເວລາ 00 ​ໂມງ ວັນ​ທີ 12/9. ທ່ານ​ຍັງ​ເວົ້າ​ວ່າ, ມື້​ນີ້, ອາ​ເມ​ລິ​ກາ ​ແລະ ລັດ​ເຊຍ​ຈະ​ພ້ອມ​ກັນ​ແຈ້ງ​ແຜນການ​ໜຶ່ງ, ​ເຊິ່ງພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ຊ່ວຍ​ຫຼຸດຜ່ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ, ບັນ​ເທົາ​ຄວາມ​ລະ​ທົມ​ທຸກ ​ແລະ ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ ​ເພື່ອ​ມຸ່ງ​ໄປ​ເຖິງ​ພື້ນຖານ​ສັນຕິພາບ, ຜ່ານ​ການ​ເຈລະຈາ ​ແລະ ການ​ຂ້າມ​ຜ່ານ​ດ້ານ​ການ​ເມືອງ​ຢູ່ ຊີຣີ. ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ John Kery ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ລັດ​ເຊຍ​ຈະ​ກໍ່​ຄວາມດັນ​ຕໍ່​ລັດຖະບານ ຊີຣີ ​ເພື່ອ​ຢຸດຕິ​ການ​ປະ​ທະ​ກັນ, ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​​ເພື່ອກ້າວ​​ໄປ​ເຖິງ​ສັນຕິພາບ.

ຂ່າວ/ບົດ​ອື່ນ