ລັດ​ເຊຍ ແລະ ເບ​ລາ​ຣຸດ​ສ້າງກອງ​ກຳ​ລັງການ​ທະ​ຫານ​ລວມ

(VOVWORLD) -ນາຍທະຫານ, ອາວຸດ ແລະ ວັດຖຸອຸປະກອນການທະຫານຂອງບັນດາກຳລັງປະກອບອາວຸດ ລັດເຊຍ ຈະສືບຕໍ່ສົ່ງໄປຍັງ ເບລາຣຸດ.
ລັດ​ເຊຍ ແລະ ເບ​ລາ​ຣຸດ​ສ້າງກອງ​ກຳ​ລັງການ​ທະ​ຫານ​ລວມ - ảnh 1ກຳລັງທະຫານເບລາຣຸດ ເຂົ້າຮ່ວມການຊ້ອມຮົບຮ່ວມກັບກຳລັງທະຫານລັດເຊຍ (ພາບ: Sputnik)

ວັນທີ 5 ມັງກອນ, ກະຊວງປ້ອງກັນປະເທດ ເບລາຣຸດ ໃຫ້ຮູ້ວ່າ ປະເທດນີ້ ແລະ ລັດເຊຍ ພວມສ້າງກອງກຳລັງການທະຫານລວມ ຢູ່ ເບລາຣຸດ ແລະ ພວມກະກຽມດຳເນີນການຊ້ອມຮົບກອງທັບອາກາດຮ່ວມ. ແຈ້ງການຂອງກະຊວງດັ່ງກ່າວໄດ້ຍົກໃຫ້ເຫັນເປົ້າໝາຍຢ່າງຈະແຈ້ງຂອງການສ້າງຕັ້ງກອງກຳລັງການທະຫານລວມ ແມ່ນ "ເພີ່ມທະວີການປົກປັກຮັກສາ ແລະ ປ້ອງກັນ"ຂອງສອງປະເທດ. ນາຍທະຫານ, ອາວຸດ ແລະ ວັດຖຸອຸປະກອນການທະຫານຂອງບັນດາກຳລັງປະກອບອາວຸດ ລັດເຊຍ ຈະສືບຕໍ່ສົ່ງໄປຍັງ ເບລາຣຸດ. ເມື່ອເດືອນຕຸລາ ປີ 2022, ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko ໄດ້ປະກາດຂໍ້ຕົກລົງຜັນຂະຫຍາຍກຳລັງການທະຫານລວມ ໃຫ້ພາກພື້ນຮັບຊາບ ເຊິ່ງລວມມີການເຂົ້າຮ່ວມຂອງທະຫານນັບພັນຄົນ. ຂໍໍ້ຕົກລົງສ້າງຕັ້ງກອງກຳລັງການທະຫານລວມໄດ້ຍົກອອກມາໃນການພົບປະລະຫວ່າງປະທານາທິບໍດີ Alexander Lukashenko ແລະ ປະທານາທິບໍດີ ລັດເຊຍ Putin ຢູ່ St.Petersburg.

ຕອບກັບ

ຂ່າວ/ບົດ​ອື່ນ