ລັດເຊຍ ໂຕ້ຕອບເລື່ອງ ເກຼັກ ເນລະເທດບັນດານັກການທູດ

(VOVWORLD) - ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ເກຼັກ ປະຈຳ ມົດສະກູ ມາເພື່ອແຈ້ງໃຫ້ທ່ານນີ້ຊາບກ່ຽວກັບ “ມາດຕະການໂຕ້ຕອບ” ພາຍຫຼັງທີ່ ອາແທນ...

ວັນທີ 6 ສິງຫາ, ລັດເຊຍ ໃຫ້ຮູ້ວ່າ: ໄດ້ຮຽກຕົວທ່ານເອກອັກຄະລັດຖະທູດ ເກຼັກ ປະຈຳ ມົດສະກູ ມາເພື່ອແຈ້ງໃຫ້ທ່ານນີ້ຊາບກ່ຽວກັບ “ມາດຕະການໂຕ້ຕອບ” ພາຍຫຼັງທີ່ ອາແທນ ໄດ້ເນລະເທດນັກການທູດ ລັດເຊຍ 2 ທ່ານ. ແຈ້ງການຂອງກະຊວງການຕ່າງປະເທດ ລັດເຊຍ ບໍ່ເວົ້າເຖິງຊື່ຂອງນັກການທູດຊາວ ເກັຼກ ຖືກເນລະເທດ ຫຼື ບໍ່ໃຫ້ຮູ້ຈຸດເວລາບັນດາບຸກຄົນນີ້ຕ້ອງອອກຈາກນະຄອນຫຼວງ ມົດສະກູ. ແຕ່ເຖິງຢ່າງໃດກໍ່ຕາມ, ສຳນັກຂ່າວສານ RIA ໄດ້ຄັດສະເໜີຈາກແຫຼ່ງຂ່າວລັບໂດຍໃຫ້ຮູ້ວ່າ ລັດເຊຍ ໄດ້ເນລະເທດທູດການຄ້າຂອງ ເກຼັກປະຈຳ ປະເທດນີ້ ແລະ ພາລະກອນການທູດ ຂອງ ເກຼັກ ຮັບຜິດຊອບການຕິດຕໍ່ພົວພັນກ່ຽວກັບນະໂຍບາຍຂອງ ອາແທນ ປະຈຳ ລັດເຊຍ. ນອກຈາກນັ້ນ, ເຈົ້າໜ້າທີ່ຂັ້ນສູງຂອງກະຊວງການຕ່າງປະເທດ ເກຼັກ ກໍ່ຖືກຫ້າມໄປເຖິງລັດເຊຍ.

        ໃນເດືອນກ່ອນ, ເກັຼກ ໄດ້ເນລະເທດນັກການທູດລັດເຊຍ 2 ຄົນ ແລະ ຫ້າມອີກ 2 ຄົນ ໄປຍັງປະເທດນີ້ ພາຍຫຼັງທີ່ກ່າວຫາບັນດາບຸກຄົນນີ້ໄດ້ຍຸຍົງສົ່ງເສີມການແຫ່ຂະບວນປະທ້ວງ ແລະ ຊອກຫາວິທີການໃຫ້ສິນບົນເຈົ້າໜ້າທີ່ປະເທດນີ້ເພື່ອສະກັດກັ້ນຂໍ້ຕົກລົງຊ່ວຍໃຫ້ Macedonia ເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເໜືອ (NATO).

ຕອບກັບ

ຂ່າວ/ບົດ​ອື່ນ