ລັດເຊຍ ໃຫ້ຄຳໝັ້ນສັນຍາ ມອມໂອນລະບົບລູກສອນ ໄຟປ້ອງກັນອາກາດໃຫ້ແກ່ ຊີຣີ

ລັດເຊຍ ໃຫ້ຄຳໝັ້ນສັນຍາ ມອມໂອນລະບົບລູກສອນ ໄຟປ້ອງກັນອາກາດໃຫ້ແກ່ ຊີຣີ - ảnh 1
ລະບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາກາດ S -300
(ພາບ: RIA)

(vovworld) –  ວັນ​ທີ 20/6, ລັດ​ຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ທ່ານ Sergei Lavrov ຢືນຢັນ​ວ່າ: ລັດ​ເຊຍ ຈະ​ມອບ​ໂອນ​ບັນດາ​ລະບົບ​ລູກ​ສອນ​ໄຟ​ປ້ອງ​ກັນ​ອາກາດ S -300 ​ໃຫ້​ແກ່​ອຳນາດ​ການ​ປົກຄອງ ຊີຣີ ຕາມ​ສັນຍາ​ລະຫວ່າງ 2 ຝ່າຍ. ກ່າວ​ຄຳ​ເຫັນ​ໃນ​ການ​ຕອບ​ສຳພາດ​ຜ່ານຊ່ອງ​ໂທລະພາບ Rossiya 24, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັ​ດ​ເຊຍ Lavrov ​ເນ​ັ້ນໜັກ​ວ່າ: ລັດ​ເຊຍ ​ເຄົາລົບ​ທຸກໆ​ສັນຍາ​ລະຫວ່າງ 2 ຝ່າຍ ​ແລະ ພວມ​ປະຕິບັດ​ບັນດາ​ໜ້າ​ທີ່​ຕາມ​ສັນຍາ. ທ່ານ Lavrov ກໍ່​ໃຫ້​ຮູ້​ວ່າ: ລັດ​ເຊຍ ຈະ​ສະກັດ​ກັ້ນ​ທຸກໆ​ຄຳ​ຮຽກຮ້ອງ​ອຳນາດ​ການ​ປົກ​ຄອງ Al Assad ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງຢູ່​ກອງ​ປະຊຸມ​​ໂດ​ຍສັນຕິ​ຄາດ​ວ່າ​ຈະ​​ໄດ້​ຮັບ​ການຈັດ​ຂຶ້ນ​ຢູ່ ​ເຊີ​ແນວ, ປະ​ເທດ​ສະ​ວິດ. ພ້ອມ​ກັນ​ນັ້ນ​, ອີກ​ເທ່ືອ​ໜຶ່ງເຈົ້າ​ໜ້າ​ທີ່​ຜູ້​ນີ້ກໍ່​ໄດ້​​ເຕື້ອງ​ເຖິງ​ຫຼັກ​ໝັ້ນ​ຄັດຄ້ານ​ຂອງ ລັດ​ເຊຍ ສຳລັບ​ຄວາມ​ສາມາດ​ສ້າງ​ຕັ້ງ​ເຂດ​ຫ້າມ​ບິນ​ຢູ່ ຊີຣີ ຄືນ​ໃໝ່, ກໍ່​ຄື​ແຜນການ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ເພື່ອ​ປະກອບ​ອາວຸດ​ໃຫ້​ຝ່າຍ​ຄ້ານ ຊີຣີ ​​ແນ​ໃສ່​ຕ້ານອຳນາດ​ການ​ປົກຄອງ ຊີຣີ.

        ​ກ່ຽວຂ້ອງ​ເຖິງ​ສະພາບ​ການ​ຢູ່ ຊີຣີ ຍັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ແລະ ປະທານ​ສະພາ​ເສນາ​ທິການ​ທະຫານ​ປະສົມ​ຂອງ​ກຳລັງ​ປະກອບ ອາວຸດ ອາ​ເມ​ລິ​ກາ ​ທ່ານ Martin Dempsey, ​ໃນ​ກອງ​ປະຊຸມ​ຢູ່​ທຳນຽບຂາວ​ໄດ​້ມີ​ຄຳ​ເຫັນ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ບັນ​ຫາ​ບຸກ​ໂຈມ​ຕີ​ ຊີຣີ.

ຂ່າວ/ບົດ​ອື່ນ