ລັດເຊຍ ໃຫ້ຄຳໝັ້ນສັນຍາຮຽງບ່າຮຽງໄຫລ່ພ້ອມກັບ ເວເນຊູເອລາ

(VOVWORLD) - ວັນທີ 21 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ ລັດເຊຍ ຍາມໃດກໍ່ມີຄວາມສາມັກຄີກັບ ເວເນຊູເອລາ ເພື່ອຮັບມືຕໍ່ກຳລັງດັນ ແລະ ການນາບຂູ່ຈາກພາຍນອກທີ່ແນໃສ່ປະເທດນີ້. 
ລັດເຊຍ ໃຫ້ຄຳໝັ້ນສັນຍາຮຽງບ່າຮຽງໄຫລ່ພ້ອມກັບ ເວເນຊູເອລາ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov (ພາບ: AFP/TTXVN)

ກ່າວຄຳເຫັນໃນການພົບປະກັບທ່ານຮອງປະທານາທິບໍດີ ເວເນຊູເອລາ Delsey Rodriguez ຢູ່ສະຫະພັນ ລັດເຊຍ, ທ່ານ Sergei Lavrov ໃຫ້ຮູ້ວ່າ: ທີ່ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມ ເຊິ່ງດຳເນີນໃນເດືອນ ກໍລະກົດ ຢູ່ Caracas ຜ່ານມາ, ບັນດາຜູ້ແທນເຂົ້າຮ່ວມໄດ້ຢັ້ງຢືນເຖິງນ້ຳໃຈສາມັກຄີກັບປະຊາຊົນ ແລະ ລັດຖະບານ ເວເນຊູເອລາ ໃນການປົກປ້ອງບັນດາມາດຕະຖານ ແລະ ຫຼັກການຂອງກົດໝາຍສາກົນ ເຊິ່ງໄດ້ກຳນົດໃນກົດບັດສະຫະປະຊາຊາດ. ລັດເຊຍ ຍາມໃດກໍ່ຈົ່ງຮັກພັກດີຕໍ່ບັນດາຫຼັກການນີ້ ແລະ ຈະສາມັກຄີກັບ ເວເນຊູເອລາ, ພ້ອມທັງປົກປ້ອງສິດຂອງແຕ່ລະປະເທດ ທີ່ເລືອກເຟັ້ນເສັ້ນທາງພັດທະນາຂອງຕົນເອງ, ເດັດຂາດຕ້ານຄືນບໍ່ວ່າມາດຕະການນາບຂູ່ ແລະ ກໍ່ຄວາມກົດດັນພຽງລຳພັງຝ່າຍດຽວທີ່ບໍ່ຖືກຕ້ອງຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ