ລັດເຊຍ ໄດ້ເລີ່ມສະຫຼອງອາຍແກັດເພີ່ມເຕີມໃຫ້ແກ່ ຮຸງກາຣີ

(VOVWORLD) -  ກຸ່ມບໍລິສັດ Gazprom ໄດ້ເລີ່ມສະໜອງອາຍແກັດເພີ່ມເຕີມໃຫ້ແກ່ ຮຸງກາຣີ ຜ່ານລະບົບທໍ່ສົ່ງນຳ້ມັນ ຕວກກີ ດ້ວຍຈຳນວນຫຼາຍກ່ວາສັນຍາທີ່ໄດ້ລົງນາມ.
ລັດເຊຍ ໄດ້ເລີ່ມສະຫຼອງອາຍແກັດເພີ່ມເຕີມໃຫ້ແກ່ ຮຸງກາຣີ - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 13 ສິງຫາ, ຮຸງກາຣີ ໄດ້ປະກາດວ່າ ລັດເຊຍ ໄດ້ເລີ່ມສະໜອງອາຍແກັດໃຫ້ແກ່ປະເທດນີ້. ກະຊວງການຕ່າງປະເທດ ຮຸງກາຣີ ໃຫ້ຮູ້ວ່າ: ບັນດາການເຈລະຈາດ້ານການຄ້າກັບ ມົດສະກູ “ໄດ້ພາໃຫ້ຂໍ້ຕົກລົງສະບັບໜຶ່ງ” ເພື່ອໃຫ້ກຸ່ມບໍລິສັດ Gazprom ຂອງລັດເຊຍ ເລີ່ມສົ່ງຈຳນວນອາຍແກັດ “ດ້ວຍປະລິມານຫຼາຍກ່ວາສັນຍາທີ່ໄດ້ລົງນາມ”.

ໃນຂະນະນັ້ນ, ສຳນັກຂ່າວສານ RIA ຂອງລັດເຊຍ ໄດ້ຄັດສະເໜີຄຳເວົ້າຂອງທ່ານ Tamas Menczer, ລັດຖະມົນຕີກ່ຽວກັບການພົວພັນຕ່າງປະເທດຂອງ ຮຸງກາຣີ ຍອມຮັບວ່າ: ກຸ່ມບໍລິສັດ Gazprom ໄດ້ເລີ່ມສະໜອງອາຍແກັດເພີ່ມເຕີມໃຫ້ແກ່ ຮຸງກາຣີ ຜ່ານລະບົບທໍ່ສົ່ງນຳ້ມັນ ຕວກກີ ດ້ວຍຈຳນວນຫຼາຍກ່ວາສັນຍາທີ່ໄດ້ລົງນາມ. ທ່ານ Tamas Menczer ໃຫ້ຮູ້ຕື່ມອີກວ່າ: “ກ່ອນນັ້ນ, ລັດຖະບານ ຮຸງກາຣີ ໄດ້ຕັດສິນໃຈຊື້ອາຍແກັດທຳມະຊາດ ຕື່ມອີກປະມານ 700 ລ້ານແມັດກ້ອນ ນອກຈາກຈຳນວນໄດ້ເຊັນສັນຍາແລ້ວ”. ທ່ານ  Menczer ກໍ່ໄດ້ໃສ່ໃຈວ່າ ຮຸງກາຣີ ພວມໄປກ່ອນແຜນການສະສົມບັນດາຮາກຖານບັນຈຸນຳ້ມັນ.

ກ່ອນໜ້ານັ້ນ, ໃນເດືອນ ກໍລະກົດ, ລັດຖະບານ ໄດ້ປະກາດສະພາບການສຸກເສີນໃນຂົງເຂດພະລັງງານ.  

ຕອບກັບ

ຂ່າວ/ບົດ​ອື່ນ