ລັດເຊຍກ່າວປະນາມISມີກົນອຸບາຍທຳລາຍວິວັດທະນາການສັນຕິພາບຢູ່ຊີຣີ

ລັດເຊຍກ່າວປະນາມISມີກົນອຸບາຍທຳລາຍວິວັດທະນາການສັນຕິພາບຢູ່ຊີຣີ - ảnh 1
ເຫດ​ວາງ​ລະ​ເບີ​ດ​ຢູ່ ຊີ​ຣີ
ພາບ:doisongphapluat

(vovworld)- ລັດ​ເຊຍ​ກ່າວ​ປະ​ນາມ​ບັນ​ດາ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ຢູ່​ຊີ​ຣີ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ ແລະ ກ່າ​ວ​ເຕືອນ​ວ່າ ອົງ​ການ “ລັດ​ອິ​ດ​ສະ​ລາມ​ຂະ​ຫນານ​ນາມ​ເອງ IS” ພວມ​ມີ​ກົນ​ອຸ​ບາ ຍ​ທຳ​ລາຍ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງນີ້. ໃນ​ຖະ​ແຫລງ​ການ​​ທີ່ຍົກ​ອອກ​ມາ​ເມື່ອ​ວັນ​ທີ 22/2, ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຢືນ​ຢັນ: ບັນ​ດາ​ເຫດ​ວາງ​ບະ​ເບີດ​ທີ່​ນອງ​ເລືອດ ຊື່ງ IS ປະ​ຕິ​ບັດ​ຢູ່ ນະ​ຄອນ​ຫລວງ Damascus  ແລະ ນະ​ຄອນ Homs ຂອງ​ຊີ​ຣ​ີ ເຮັດ​ໃຫ້​ນັບ​ຮ້ອຍ​ຄົນ​ຖືກ​ເສ​ຍ​ຊີ​ວິດ ແລະ ຮັບ​ບາ​ດ​ເຈັບ ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ ຕ້ອງ​ມີ​ປະ​ຕິ​ກິ​ລິ​ຍາ​ເໝາະ​ສົມ. ມົດ​ສະ​ກູ​ຢືນ​ຢັນ ຕ້ອງ​ສະ​ກັດ​ກັ້ນ​ກົນ​ອຸ​ບາຍ​ຍຸ້​ແຍ່​ຄ​ວາ​ມ​ອາ​ຄາດ​ລະ​ຫວ່າງ​ບັນ​ດາ​ສາ​ສະ​ຫນາ​ຂອງ IS ແລະ ອົງ​ການກໍ່​ການ​ຮ້າຍ​ອື່ນ. ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຊີ້​ແຈ້ງວ່າ: ໂທດ​ກຳ​ທໍ​ລະ​ມານ​ຂອງ​ພວກກໍ່​ການ​ຮ້າຍ​ເພື່ອ​ແນ​ໃສ່​ນາບ​ຂູ່​ປະ​ຊາ​ຊົນ, ທຳ​ລາຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ບັນ​ລຸ​ມາດ​ຕະ​ການ​ການ​ເມືອງ​ຍາວ​ນານ​ໃຫ້​ແກ່​ວິ​ກິດ​ການ ຊີ​ຣີ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ຊີ​ຣີ ທຸກ​ຄົນ, ມາ​ນະ​ພະ​ຍາ​ຍາມ​ຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ. ຖະ​ແຫລງ​ການ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ພາຍ​ຫລັງ​ມື້​ຫນຶ່ງ IS ຍອມ​ຮັບ​ວ່າ​ໄດ້​ດຳ​ເນີນ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ໃນ​ວັນ​ດຽວ​ກັນ​ຢູ່​ນະ​ຄອນ​ຫລວງ Damascus ແລະ ນະ​ຄອນ Homs  ຂອງ​ ຊີ​ຣີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 130 ຄົນ ແລະ ນັບ​ຮ້ອຍ​ຄົນ​ຖືກ​ບາດ​ເຈັບ.

ຂ່າວ/ບົດ​ອື່ນ