ລັດເຊຍກ່າວຫາຢູແກຼນທຳລາຍຂໍ້ຕົກລົງMinsk

ລັດເຊຍກ່າວຫາຢູແກຼນທຳລາຍຂໍ້ຕົກລົງMinsk - ảnh 1
ທ່ານຮອງຫົວ​ໜ້າ​ຫ້ອງວ່າ​ການ​
ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Sergei Ivanov
(ພາບ​ປະ​ກອບ: RIA Novotist)

(vovworld) - ວັນ​ທີ 18/06, ທ່ານຮອງຫົວ​ໜ້າ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Sergei Ivanov ຖະ​ແຫຼງວ່າ, ບັນ​ດາ​ຂໍ້​ຕົກ​ລົງ Minsk ຖືກ​ຕົກ​ເຂົ້າ​ສູ່​ສະ​ພາບບໍ່​ມີ​ທາງ​ອອກ ຍ້ອນ​ອຳ​ນາດ​ການ​ປົກ​ຄອງຢູ​ແກຼ​ນ ບໍ່​ຢາກ​ປະ​ຕິ​ບັດ. ທ່ານ Sergei Ivanov ຖື​ວ່າ, ອຳ​ນາດ​ການ​ປົກ​ຄອງ Kiev ບໍ່​ຢາກ ແລະ ຈະ​ບໍ່​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົ​ກ​ລົງ Minsk. ກ່​ອນ​ໜ້ານັ້ນ, ວັນ​ທີ 17/06, ​ປະ​ທາ​ນາ​ທິ​ບໍ​ດີ​ລັ​ດ​ເຊຍ Vladimir Putin ໄ​ດ້​ເຕື້ອງ​ເຖິງ​ຂໍ້​ຕົ​ກ​ລົງ Minsk ໃນ​ບົດ​ກ່າວ​ປາ​ໄສ​ທີ່​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ ຢູ່ St.Petersburg. ຕາ​ມ​ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ Putin ແລ້ວ, ສະ​ຫະ​ພາບ​ເອີ​ລົບ (EU) ບໍ່​ຄວນຖື​ວ່າ ລັ​ດ​ເຊຍ ຕ້ອງ​ຮັບ​ຜິ​ດ​ຊອບ​ໃນ​ບັນ​ຫານີ້. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ໄດ້​ເອົາ​ໃຈ​ໃສ່​ວ່າ, ອຳ​ນາດ​ການ​ປົກ​ຄອງ Kiev ຍັງ​ບໍ່​ທັນ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ມາດ​ຕາ, ກໍ​ຄື​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍການ​ອະ​ໄພ​ຍາ​ໂທດ ແລະ ກົດ​ລະ​ບ​ຽບ​ພິ​ເສດ​ໃຫ້​ເຂດ Donbass.

ຂ່າວ/ບົດ​ອື່ນ