ລັດເຊຍກ່າວຫາອາເມລິກາປົກປິດໃຫ້ຕວກກີຊຶ້ນນ້ຳມັນເຖື່ອນຈາກIS

ລັດເຊຍກ່າວຫາອາເມລິກາປົກປິດໃຫ້ຕວກກີຊຶ້ນນ້ຳມັນເຖື່ອນຈາກIS - ảnh 1
(​ພາບ​ປະ​ກອບ: APF)

(vovworld) - ວັນ​ທີ 05/12, ກະ​ຊວງ​ປ້ອ​ງ​ກັນ​ປະ​ເທດ​ລັດ​ເຊຍ ໄດ້​ກ່າວ​​ຫາ​ອາ​ເມ​ລິ​ກາ ​ທີ່​ໄດ້​ເມີນ​ເສີຍ​ຕໍ​ການ​ເຄື່ອນ​ໄຫວ​ຊື້​ນຳ​້​ມັນ​ເຖື່ອນ​​ຂອງ​ຕວກ​ກີ ​ຢູ່​ຊີ​ຣີ ​ພາຍ​ໃຕ້​ການ​ຄວບ​ຄຸມ​ຂ​ອງ​ອົງ​ການ​ລັດ​ອິດ​ສະ​ລາ​ມ (IS) ອ້າງ​ຊື່​ເອງ, ພາຍ​ຫຼັງ​ທີ່ ວ​ໍ​ຊິງ​ຕັນ ​ຖື​ປະ​ລິ​ມານ​ນຳ​້​ມັນ​ທີ່​ໄດ້​​ຮັບ​ການຂົນ​ສົ່ງ​ນັ້ນ​ແມ່ນບໍ່​ຫຼາຍ. ໃນ​ແວັບ​ໄຊ Facebook ຂອງ​ຕົນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ຊີ້​ແຈ້​ງວ່າ: ເມື່ອ​ວົງ​ການ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ ໄດ້​ເວົ້​າ​ວ່າ ເຂົາ​ເຈົ້າ​ບໍ່​ຮູ້​ບັນ​ດາ​ພວກກໍ່​ການ​ຮ້າຍ​​ຄ້າ​ຂາຍ​​ເຖື່ອນນ້ຳ​ມັນ​ເຂົ້າ​ຕວກ​ກີ ດ້ວຍ​ວິ​ທີ​ໃດ​… ມັນ​ໄດ້​ຊີ້​ໃຫ້​ເຫັນ​​ແນວຄວາມ​ຄິດ​ປົກ​ປິດ​ໃຫ້​​ແກ່ບັນ​ດາ​ການ​ກະ​ທຳ​ນີ້.”

      ວັນ​ທີ 04/12 ທູດ​ພິ​ເສດ​ອາ​ເມ​ລິກ​າ ທັງ​ແມ່ນ​ຜູ້​ປະ​​ສານ​ງານ​ບັນ​ດາ​ບັນ​ຫາ​ພະ​ລັງ​ງານ​ສາ​ກົນ Amos Hochstein ເວົ້າ​ວ່າ, ນຳ​້​ມັ​ນ​ທີ່​ໄດ້​ຮັບ​ການ​ຄ້າ​ຂາຍ​ເຖື່ອ​ນ​ເຂົ້າ​ຕວກ​ກີ ຈາກ​ເຂດ​ຕ່າງໆຢູ່​ຊີ​ຣີ ໂດຍ IS ຄວບ​ຄຸມ​ແມ່ນ​ບໍ່​ຫຼາຍ​ນັບ​ທັງ​ດ້ານ​ປະ​ລິ​ມານ​ກໍ​ຄື​ກຳ​ໄລ.

ຂ່າວ/ບົດ​ອື່ນ