ລັດເຊຍກ່າວເຕືອນຜົນຮ້າຍຢ້ອນຫຼັງຢູ່ຊີຣີຖ້າຫາກປະທານາທິບໍດີBashar Al Assad ລາອອກຈາກຕຳແໜ່ງ

ລັດເຊຍກ່າວເຕືອນຜົນຮ້າຍຢ້ອນຫຼັງຢູ່ຊີຣີຖ້າຫາກປະທານາທິບໍດີBashar Al Assad ລາອອກຈາກຕຳແໜ່ງ - ảnh 1
ມື​ປືນຂອງ​ແນວ​ໂຮມ al-Nusra tại Syria.
(ພາບ: AP)

(vovworld) – ວັນ​ທີ 22/10, ທ່ານ Dmitry Peskov, ໂຄ​ສົກ​ວັງ Kremlin ໄດ້​ຢັ້ງ​ຢືນ​ການ​ລາອອກ​ຈາກ​ຕຳ​ແໜ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Bashar Al Assad ຈະ​ພາ​ໃຫ້​ບັນ​ດາ​ພວ​ກກໍ່​ການ​ຮ້າຍ ​ໄດ​້​ຮັບ​ໄຊ​ຊະ​ນະ ແລະ ກໍ່​ໃຫ​້​ເກີດກະ​ແສ​ຊາວຫຼິ້​ໄພ​ຄັ້ງ​ໃໝ່. ນັ້​ນ​ສາ​ມາດ​​ຈະ​ເປັນຜົນ​ຮ້າຍ​​ຢ້ອນຫຼັງ​ທີ່​ຮ້າຍ​ແຮງພາກ​ພື້ນ. ຕາມ​ທ່ານ Dmitry Peskov ແລ້ວ, ເພື່ອ​ມຸ່ງ​ໄປ​ເຖິງ​ມາ​ດ​ຕະ​ການ​ດ້ານ​ການ​ເມືອງ, ທ່ານ Bashar Al Assad ຕ້ອງ​ດຳລົງ​ຕຳ​ແໜ່ງ​ຢູ່ ຊີ​ຣີ. ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ເປັນ​ເວ​ລາ 6 ປີ​ຢູ່ ຊີ​ຣີ ໃນ​ໄລ​ຍະ​ຜ່ານ​ມາ ບໍ່​ທັນ​ຊອກ​ຫາ​ໄດ້​ທາງ​​ແກ້​ໄຂເທື່ອ, ສ່ວນ​ໜຶ່ງ​ແມ່ນ​ຍ້ອນ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະ​ຫວ່າງ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ ​ທີ່ກ່ຽວ​ຂ້ອງ​ເຖິງ​ອະ​ນາ​ຄົດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Bashar Al Assad. ຝ່າຍ​ຄ້ານ ຊ​ີ​ຣີ ໂດຍ ຝ່າຍ​ຕ​າ​ເວັນ​ຕົກ​ໜູນຫຼັງ ພ​ວມ​ຮຽກ​ຮ້ອງ​ໃຫ້​ທ່ານ Bashar Al Assad ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່ງ​ຢ່າງ​ເດັດ​ຂາດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລັດ​ຖະ​ບານ ຊີ​ຣີ ແລະ ລັດ​ເຊຍ ຖື​ວ່າ ອະ​ນາ​ຄົດ​ຂອງ Bashar Al Assad ໂດຍ​ແມ່ນ​ປະຊາ​ຊົນ ຊ​ີ​ຣີ ຕັດ​ສິນ​ເອງ.


ຂ່າວ/ບົດ​ອື່ນ