ລັດເຊຍກ່າວເຕືອນຢູແກຼນພາຍຫຼັງການຍິງປືນໃຫຍ່ຜ່ານເຂດຊາຍແດນເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ

ລັດເຊຍກ່າວເຕືອນຢູແກຼນພາຍຫຼັງການຍິງປືນໃຫຍ່ຜ່ານເຂດຊາຍແດນເຮັດໃຫ້ຫຼາຍຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ເຂດຊາຍແດນລະຫວ່າງ ລັດເຊຍ - ຢູແກຼນຢູ່ Donetsk
 (ພາບ: RIA Novosti)

(vovworld) - ວັນ​ທີ 13/7, ມົດ​ສ​ກູ​ໄດ້​ກ່າວ​ເຕືອນ ກີ​ແອບ ຕ້ອງ​ຮັບ “ຜົນ​ຮ້າຍ​ຢ້ອນ​ຫຼັງ” ພາຍຫຼັງ​ການ​ຍິງ​ປືນ​​ໃຫຍ່​ແນ​ໃສ່​​ເທດສະບານ Donetsk, ​ເຂດ​ຊຸມ​ຊົນ​ຂອງ ລັດ​ເຊຍ ຢູ່​ໃກ້​ກັບ​ເຂດ​ຊາຍ​ແດ​ນ Lugansk, ທາງ​ທິດຕາ​ເວັນ​ອອກ ຢູ​ແກຼນ, ອັນ​ໄດ້​ເຮັດ​​ໃຫ້​ໜຶ່ງຄົນ​ເສຍ​ຊີວິດ ​ແລະ ຢ່າງ​ໜ້ອຍ​​ມີ 2 ຄົນ​ຖືກ​ຮັບ​ບາດ​ເຈັບ. ​ໃນ​ຖະ​ແຫຼ​ງການ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ​: ​ເຫດການ​ດັ່ງກ່າວ​​ແມ່ນການ​ກະທຳ​ເກາະ​ຜິດຄັ້ງ​ຫຼ້າ​ສຸດ​ຂອງ ຢູ​ແກຼນ ​​ແນ່​ໃສ່​ຜືນ​ແຜ່ນດິນ ​ແລະ ພົນລະ​ເມືອ​ງ ລັດ​ເຊຍ. ຖະ​ແຫຼ​ງການ​ຢືນຢັນ​ວ່າ: ​ເຫດການ​​ໃຫ້​​ເຫັນວ່າ: ຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ​ທີ່​ອັນ​ຕະລາ​ຍທີ່​ສຸດ​​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ເຂດ​ຊາຍ​ແດ​ນ ລັ​ດ​ເຊຍ - ຢູ​ແກຼນ ​ແລະ ອາດ​ຈະ​ພາ​ໄປ​ເຖິງ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ບໍ່​ສາມາດ​ຫຼີກ​ລ້ຽງ​ໄດ້​ຈາກ​ບັນດາ​ການ​ກະທຳ​ເຊິ່ງ ຢູ​ແກຼນ ຈະ​ຕ້ອງ​ຮັບຜິດຊອບ​ທັງ​ໝົດ. ຖະ​ແຫຼ​ງການ​ໃຫ້​ຮູ້​ວ່າ: ລັດ​ເຊຍ ​ໄດ້​ມອບ​ຈົດໝາຍ​ທາງ​ການ​​ເພື່ອ​ຄັດຄ້ານເຖິງ​ຢູ​ແກຼນ.


ຂ່າວ/ບົດ​ອື່ນ