ລັດເຊຍກຽມພ້ອມປັບປຸງການພົວພັນກັບ EU

(VOVWORLD) - 2 ຝ່າຍເຫັນດີເປັນເອກະພາບເປີດກ້ວາງການຮ່ວມມືໃນຂົງເຂດຕ່າງໆ, ໃນນັ້ນມີການສົນທະນາດ້ານການເມືອງ

ວັນທີ 26 ກຸມພາ, ທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ມີການເຈລະຈາກັບຄູ່ຕຳແໜ່ງ ປອກຕູຍການ Augusto Santos Silva, ເພື່ອປຶກສາຫາລືກ່ຽວກັບສະພາບການຕົວຈິງຂອງການພົວພັນ 2 ຝ່າຍ, ກໍ່ຄືການພົວພັນລະຫວ່າງ ມົດສະກູ ກັບ ສະຫະພາບ ເອີລົບ (EU) ແລະ ອົງການສົນທິສັນຍາອັດລັງຕິກເໜືອ (NATO). ທີ່ການເຈລະຈາ 2 ຝ່າຍໄດ້ເຫັນດີເປັນເອກະພາບວ່າ ການຟື້ນຟູການພົວພັນຮ່ວມມືລະຫວ່າງ ລັດເຊຍ ແລະ ອີຢູ ໄດ້ຕອບສະໜອງຜົນປະໂຫຍດທົ່ວ ເອີລົບ. ທ່ານລັດຖະມົນຕີການຕ່າງປະເທດ Lavrov ໃຫ້ຮູ້ວ່າ: 2 ຝ່າຍເຫັນດີເປັນເອກະພາບເປີດກ້ວາງການຮ່ວມມືໃນຂົງເຂດຕ່າງໆ, ໃນນັ້ນມີການສົນທະນາດ້ານການເມືອງ ແລະ ແລກປ່ຽນວຽກງານລັດຖະສະພາ, ກໍ່ຄືການຮ່ວມມືລະຫວ່າງກະຊວງການຕ່າງປະເທດ 2 ປະເທດ.

        ເມື່ອເຕື້ອງເຖິງການພົວພັນກັບ EU, ທ່ານ Lavrov ເນັ້ນໜັກວ່າ: ມົດສະກູ ໄດ້ສະແດງເຈດຕະນາດີພ້ອມແລ້ວທີ່ຈະຟື້ນຟູທຸກໆຂົງເຂດ: ການໂອ້ລົມສົນທະນາ, ການຮ່ວມມື, ບັນດາໂຄງການທີ່ມີຜົນປະໂຫຍດຮ່ວມກັນ ແລະ ຫຼາຍປະເທດສະມາຊິກ EU ໄດ້ສະແດງຄວາມປາດຖະໜາຢາກຟື້ນຟູການພົວພັນດ້ານການທູດຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ