ລັດເຊຍກຽມພ້ອມສະໜອງອາຍແກັສໃຫ້ແກ່ ເອີລົບ.

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີລັດເຊຍ ອາເລັກຊານເດີ ໂນວັກ ໃຫ້ຮູ້ວ່າລະດັບການຈຳໜ່າຍອາຍແກັສ ຢູ່ປະເທດນີ້ພວມຢູ່ໃນລະດັບສູງສຸດ ແຕ່ ມົດສະກູຍັງຄົງກຽມພ້ອມເພີ່ມປະລິມານອາຍແກັສ ເພື່ອສະໜອງໃຫ້ແກ່ ເອີລົບຖ້າຫາກວ່າໄດ້ຮັບການສະເໜີ
ລັດເຊຍກຽມພ້ອມສະໜອງອາຍແກັສໃຫ້ແກ່ ເອີລົບ.  - ảnh 1ໂຮງງານກັ່ນນ້ຳມັນ Antipensky ຂອງລັດເຊຍ

    ໃນຖະແຫຼງການສະບັບໜຶ່ງອອກວັນທີ 16 ຕຸລາ ທ່ານຮອງນາຍົກລັດຖະມົນຕີລັດເຊຍ ອາເລັກຊານເດີ ໂນວັກ ໃຫ້ຮູ້ວ່າລະດັບການຈຳໜ່າຍອາຍແກັສ ຢູ່ປະເທດນີ້ພວມຢູ່ໃນລະດັບສູງສຸດ ແຕ່ ມົດສະກູຍັງຄົງກຽມພ້ອມເພີ່ມປະລິມານອາຍແກັສ ເພື່ອສະໜອງໃຫ້ແກ່ ເອີລົບຖ້າຫາກວ່າໄດ້ຮັບການສະເໜີ. ຕອບສຳພາດຕໍ່ວົງການນັກຂ່າວ ທ່ານໂນວັກບໍ່ໄດ້ເຕື້ອງເຖິງປະລິມານສະສົມອາຍແກັສຂອງລັດເຊຍ ແຕ່ປະເມີນວ່າບັນດາສາງສະສົມອາຍແກັສຂອງເອີລົບພວມຂາດແຄນປະມານ 25 ຕື້ເມັດກ້ອນ. ແຕ່ດົນນານມາແລ້ວ ລັດເຊຍຍັງຄົງແມ່ນປະເທດຜະລິດແລະສົ່ງອອກອາຍແກັສໃຫ້ແກ່ ເອີລົບ.

      ເມື່ອບໍ່ດົນມານີ້ ປະເທດນີ້ໄດ້ປະກາດຄວນເພີ່ມເຕີມປະລິມານອາຍແກັສ ໃຫ້ແກ່ບັນດາສາງສະສົມຂອງຕົນກ່ອນທີ່ຈະເພີ່ມເຕີມອາຍແກັສໃຫ້ແກ່ຕະຫຼາດເອີລົບ. ຄາດວ່າລັດເຊຍຈະສຳເລັດການເພີ່ມເຕີມອາຍແກັສ ໃຫ້ແກ່ບັນດາສາງສະສົມຢູ່ພາຍໃນປະເທດໃນທ້າຍເດືອນຕຸລານີ້.

ຕອບກັບ

ຂ່າວ/ບົດ​ອື່ນ