ລັດເຊຍກູ້ເອົາຮ່າງເຮືອບິນຖືກຕົກຢູ່ທະເລດຳ

ລັດເຊຍກູ້ເອົາຮ່າງເຮືອບິນຖືກຕົກຢູ່ທະເລດຳ - ảnh 1
ລັດ​ເຊຍ​ກູ້ເອົາຮ່າງ​ເຮືອ​ບິນ​ຖືກ​ຕົກ​ຢູ່​ທະ​ເລ​ດຳ
(ພາບ​ປະ​ກອບ: EPA/TTXVN)


(vovworld) - ​​ວັນ​ທີ 26/12, ລັດ​ເຊຍ ໄດ້ກູ້​ເອົາ​ບັນ​ດາ​ສະ​ເກັດ​ໃຫຍ່​ຂ​ອງ​ເຮືອ​ບິນ​ການ​ທະ​ຫານ Tu-154 ທີ່ຖືກ​ຕົກ​ຢູ່​ທະ​ເລ​ດຳ ​ກ່ອນ​ນັ້ນ 1 ວັນເຊິ່ງ​ເຮັດ​ໃຫ້ 92 ຄົນ​ເສ​ຍ​ຊີ​ວິດ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ກັບ​ດຳ​ຂອງ​ເຮືອ​ບິນ​ຍັງ​ບໍ່​ທັນ​ຊອກ​ເຫັນເທື່ອ. ຊາກ​ສົບ​ຂອງ 13 ຄົນໄດ້​ຊອກ​ເຫັນ ແລະ ​ສົ່ງ​ມາ​ຍັງນະ​ຄອນ​ຫຼວງ​ມົດ​ສະ​ກູ ເພື່ອ​ວິ​ໄຈ​ຊື່​ນາມ​ສະ​ກຸນ.

        ເຮືອ​ບິນ​ການ​ທະ​ຫານ Tu-154 ຂອງ​ລັດ​ເຊຍ ບັນ​ທຸກ​ຜູ້​ໂດຍ​ສານ 98 ຄົນ, ລວມ​ມີ​ຈຸ​ບິນ 8 ຄົນ ແລະ ​ຜູ້ໂດຍ​ສານ 84 ຄົນປະ​ສົບ​ເຄາະ​ຮ້າຍພາຍ​ຫຼັງ​ບິນ​ຂຶ້ນຈາກ Sochi 25/12 ພຽງ 2 ນາ​ທີ​​. ວັນ​ທີ 26/12, ໂຄ​ສົກ​ວັງ Kremlim ທ່ານ Dmitry Peskov, ຖະ​ແຫຼງ​​ການ​ສືບ​ສວນ​​ສາຍ​ເຫດ​ເຮືອ​ບິນ​ຖືກ​ຕົກບໍ່​ເລັ່ງ​ໃສ່​ກໍ​ລະ​ນີ​ເຮືອ​ບິນ​ຖືກກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ