ລັດເຊຍຄັດຄ້ານຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດໃຫມ່ຂອງອາເມລິກາ

ລັດເຊຍຄັດຄ້ານຍຸດທະສາດປ້ອງກັນຄວາມສະຫງົບແຫ່ງຊາດໃຫມ່ຂອງອາເມລິກາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍV.Putin
ພາບ:laodong.com.vn

(vovworld)-​ວັນ​ທີ 25/3, ສະ​ພາ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ສ​ະ​ຫະ​ພັນ​ລັດ​ເຊຍ ໄດ້​ຕຳ​ນິ​ຕິ​ຕຽນ​ຍຸດ​ທະ​ສາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ໃຫມ່​ຂອງ​ອາ​ເມ​ລິ​ກາ ແມ່ນກໍ່​ຂາດ​ສະ​ຖຽນ​ລະ​ພາບ ແລະ ເຮັດ​ໃຫ້​ລັດ​ເຊຍ ຢູ່​ໂດດ​ດ່ຽວ. ໃນ​ຖະ​ແຫລງ​ການ, ສະ​ພາ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ​ສ​ະ​ຫະ​ພັນ​ລັດ​ເຊຍ ຖື​ວ່າ: ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເພດ​ພັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ຢາກ​ສ້າງວິ​ວັດ​ການ​ການ​ເມືອງ​ຕ້ານ ລັດ​ເຊຍ ຢູ່​ບັນ​ດາ​ປະ​ເທດ​ທີ່​ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ ມົດ​ສະ​ກູ ກໍ​ຄື ຫລຸດ​ຜ່ອນ​ຜົນ​ສະ​ທ້ອນ​ຂອງ​ລັດ​ເຊຍ​. ລັດ​ເຊຍ ກ່າວ​ຫາ ອາ​ເມ​ລິ​ກາ ມີ​ກົນ​ອຸ​ບາຍ​ປ່ຽນ​ແປງ​ລະ​ບອບ​ການ​ເມືອງ​ຢູ່​ລັດ​ເຊຍ ດ້ວຍ​ວິ​ທີ​ຍຸ​ແຍ່​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ຄັ້ງ​ໃຫຍ່. ທ່ານ Alexander Lukashevich, ໂຄ​ສົກ​ກະ​ຊວງ​ຕ່າງ​ປະ​ເທດ​ລັດ​ເຊຍ ຮຽກ​ຮ້ອງ​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ NATO ຈົ່ງ​ປະ​ລະ​ບັນ​ດາ​ບາດ​ກ້າວ​ເດີນ​ລຳ​ພັງ​ຝ່າຍ​ດຽວ ເພື່ອ​ສ້າງ​ຕັ້ງ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຢູ່ ເອີ​ລົບ.

 

 

ຂ່າວ/ບົດ​ອື່ນ