ລັດເຊຍຄັດຄ້ານອີຢູຕໍ່ກຳນົດເວລາຈັດວາງຄຳສັ່ງລົງໂທດ

ລັດເຊຍຄັດຄ້ານອີຢູຕໍ່ກຳນົດເວລາຈັດວາງຄຳສັ່ງລົງໂທດ - ảnh 1
ລັດເຊຍຄັດຄ້ານອີຢູຕໍ່ກຳນົດເວລາຈັດວາງຄຳສັ່ງລົງໂທດ

(ພາບ:reuters)

(vovworld) – ວັນ​ທີ 1/7, ລັດ​ເຊຍ ​ໄດ້​ກ່າວ​ປະນາມ​ຢ່າງຮຸນ​ແຮງຄຳ​ຕັດສິນ​ຂອງ​ສະຫະພາບ​ເອີ​ລົບ (​ອີ​ຢູ) ຕໍ່​ກຳນົດ​ເວລາ​ຕື່ມ​ອີກ 6 ​ເດືອນສຳລັບ​ບັນດາ​ມາດ​ຕະການ​ລົງ​ໂທດ​ດ້າ​ນ​ເສດຖະກິດ​ສຳລັບ​ປະ​ເທດ​ນີ້​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ​ແລະ ຖື​ວ່າ​ບັນດາມາດ​ຕະການ​ລົງ​ໂທດ​ຈະ​ບໍ່​ເຮັດ​ໃຫ້ ມົດ​ສະກູ ປ່ຽນ​ແປງ​ແນວທາງ. ​ໃນ​​ແຈ້ງການ​ສະບັບ​ໜຶ່ງ, ກະຊວງ​ການ​ຕ່າງປະ​ເທດ ລັດ​ເຊຍ ​ຖື​ວ່າການ​ກະທຳ​ຂອງ ອີ​ຢູ ​ແມ່ນ “ບໍ່​ມອງ​ກ້ວາງ​ເຫັນ​ໄກ” ​ແລະ “​ໄຮ້ເຫ​ດຜົນ” ຂະນະ​ທີ່​ໄດ​້ປະສານ​ສົມທົບ​ບັນດາ​ມາ​ດຕະການ​ລົງ​ໂທດ​ສຳລັບ​ການ​ບໍ່​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​​ໃນ​ການ​ປະຕິບັດ​ຂໍ​້ຕົກລົງ​ສັນຕິພາບ​ເພື່ອ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. ຖະ​ແຫຼ​ງການ​ຂອງ​ລັດ​ເຊຍ ກໍ່​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ສະພາ​ເອີ​ລົບ ປະກາດຕໍ່​ກຳນົດ​ເວລາ​ບັນດາ​ມາດ​ຕະການ​ລົງ​ໂທ​ດ​ດ້ານເສດຖະກິດ​​ແນ​ໃສ່​ຂົງ​ເຂດ​ນຳ້ມັນ​, ການ​ເງິນ ​ແລະ ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ເຊຍ ຮອດ​ວັນ​ທີ 31/1/2017 ພຽງ 2, 3 ຊົ່ວ​ໂມງ, ດ້ວຍ​ ສາຍ​ເຫດບັນດາ​ ​ມາດຕາ​ໃນ​ຂໍ້​ຕົກລົງ​ສັນ​ຕິ​ພາບ Minsk ​ເມື່ອ​ເດືອນ 2/2015 “ບໍ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ”.


ຂ່າວ/ບົດ​ອື່ນ