ລັດເຊຍຈະຟຶ້ນຟູການພົວພັນກັບ ອາເມລິກາ ຕາມຈັ່ງວະເໝາະສົມ

ລັດເຊຍຈະຟຶ້ນຟູການພົວພັນກັບ ອາເມລິກາ ຕາມຈັ່ງວະເໝາະສົມ - ảnh 1
ພາບ​ປະ​ກອບ

(vovworld) – ​​ວັນ​ທີ 3/3, ທ່ານ​ຮອງ​ລັດ​ຖະ​ມົນ​ຕ​ີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Sergei Ryabkov ໃຫ້​ຮູ້​ວ່າ: ລັດ​ເຊຍ ຈະ​ມາ​ນະ​ພະ​ຍາ​ຍາມ ຟື້ນ​ຟູ​ການ​ພົວ​ພັນ​ກັບ ອາ​ເມ​ລິ​ກາ ຕາມ​ຈັ່ງ​ວະ​ເໝາ​ະສົມ​ກັບ​ຝ່າຍ ອາ​ເມ​ລິ​ກາ ຫາກບໍ່​ແມ່ນ​​ການ​ບັງ​ຄັບ. ທ່ານ Ryabkov ເຊື່ອ​ໝັ້ນ​ວ່າ ໄລ​ຍະ​​ເກີດ​ຄວາມເຄັ່ງ​ຕຶງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ ໃນ​ປະ​ຈຸ​ບັນ​ຈະ​ສິ້ນ​ສຸດ​ລົງ​ໂດຍ​ໄວ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຢັ້ງ​ຢືນ​ວ່າ: ມົດ​ສະ​ກູ ພ້ອມ​ແລ້ວ​ທີ່​ລໍ​ຄອຍ​ໄລ​ຍະ​ເວ​ລາ​ໜຶ່ງ​ເພື່ອອ​ຳ​ນາດ​ການ​ປົກ​ຄອງ​ປະ​ຈຸ​ບັນ​ຢູ່ ອາ​ເມ​ລິ​ກາ ​ສັບ​ຊ້ອນ​ບັນ​ດາ​ບຸກ​ຄະ​ລາ​ກອນ​ສຳ​ຄັນ ແລະ ກຳ​ນົດ​ບັນ​ດາ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ ໃນ​ນັ້ນ​ມີ​ການ​ພົວ​ພັນ​ກັບ ລັດ​ເຊຍ.


ຂ່າວ/ບົດ​ອື່ນ