ລັດເຊຍຈະສ້າງສະຖິຕິກ່ຽວກັບການຂຸດຄົ້ນນ້ຳມັນໃນປີ2017

ລັດເຊຍຈະສ້າງສະຖິຕິກ່ຽວກັບການຂຸດຄົ້ນນ້ຳມັນໃນປີ2017 - ảnh 1
ພາບ​ປະ​ກອບ

(vovworld) – ປີ 2017, ລັດ​ເຊຍ ຈະ​ຍົກ​ປະ​ລິ​ມານ​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ຂຶ້ນ​ລະ​ດັບ​ສະ​ຖິ​ຕິ​ແມ່ນ 548 ລ້ານ​ໂຕນ ຈາກ​ລະ​ດັບ 544 ລ້ານ​ໂຕນໃນ​ປີ 2016 ນີ້. ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ເນື້ອ​ໃນ​ການ​ຄາ​ດ​ຄະ​ເນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໂດ​ຍ​ທ່ານ Aleksander Novak, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ລັດ​ເຊຍ ປະ​ກາດ​ໃນ​ວັນ​ທີ 21/10. ຕາມ​ການ​ຕີ​ລາ​ຄາ​ຂອງ Rosneft, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ບໍ່​ອັນ​ດັບ​ໜຶ່ງ​ຂອງ​ລັດ​ເຊຍ ແລະ ກໍ່​ແມ່ນ​ວິ​ສາ​ຫະ​ກິດ​ຄ້າ​ຂາຍ​ນ້ຳ​ມັນ​ໃຫຍ່​ສຸດ​ໃນ​ໂລກ​ແລ້ວ, ສະ​ພາບ​ການ​ນ້ຳ​ມັນ​ເຫຼືອ​ເຟື່ອ​ໃນ​ຕະຫຼາດ​ໂລກ​ຈະ​ຢຸດ​ຕິ​ພາຍຫຼັງ ໜຶ່ງ​ປີ​ເຄິ່ງ​ອີກ. ສະ​ພາ​ພາ​ລັງ​ງານ​ໂລກ​ຄາດ​ຄະ​ເນ​ວ່າ ຄວາມ​ຕ້ອ​ງ​ການ​ນ້ຳ​ມັນ​ຂອງ​ໂລກ​​ຈະ​ບຸນ​ລ​ຸ​ລະ​ດັບ​ສູງ​ສຸດ​ໃນ​ປີ 2030 ດ້ວຍ​ 103 ລ້ານ​ຖັງ/ວັນ. ຕາມ​ຂໍ້​ສັງ​ເກດ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ແລ້ວ, ປະ​ຈຸ​ບັນ ມີຫຼາຍ​ທ່າ​ອ່ຽງ​ຫັນ​ໄປ​ສູ່​ການນຳ​ໃຊ້​ພະ​ລັງ​ງານ ຂຽວ, ພະ​ລັງ​ງານ​ໄດ້​ຮັບ​ການ​ນຳ​ໃຊ້​ໃນ​ພາ​ລະ​ກິດ​ຫັນ​ເປັນ​ກົນ​ຈັກ ແລະ ​ໄຟ​ຟ້າ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່​ຄື ຈີນ ແລະ ອິນ​ເດຍ. ນອກ​ຈາກນັ້ນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ນ້ຳ​ມັນ​ບໍ່ ແລະ ຂະ​ແໜງ​ກັ່ນ​ນ້ຳ​ມັນ​ກໍ່​ນັບ​ມື້​ນັບ​ໄດ້​ຮັບ​ການ​ນຳ​ໃຊ້​​ໃນ​ຂົງ​ເຂດ​ຕ່າງໆ​ຂອງ​ຊີ​ວິດ​ການ​ເປັນ​ຢູ່ ແລະ ຂະ​ແໜງອຸດ​ສາ​ຫ​ະ​ກຳ.


ຂ່າວ/ບົດ​ອື່ນ