ລັດເຊຍຈະຮ້ອງຟ້ອງບັນດາມາດຕະການລົງໂທດຂອງອາເມລິກາຂຶ້ນWTO

ລັດເຊຍຈະຮ້ອງຟ້ອງບັນດາມາດຕະການລົງໂທດຂອງອາເມລິກາຂຶ້ນWTO - ảnh 1
ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitri Medvedev
(ພາບ: AP)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ​ກົດໝາຍ​ສາກົນ​ເຊິ່ງ​ໄດ້​ຈັດ​ຕັ້ງ​ຢູ່ນະຄອນ Sant – Peterburg, ປະ​ເທດ ລັດ​ເຊຍ ​​ໃນ​ມໍ່ໆ​ມາ​ນີ້, ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitri Medvedev ​ໃຫ້​ຮູ້​ວ່າ: ລັດ​ເຊຍ ​ໄດ້​ສົ່ງ “​ແຈ້ງ​ການ” ​ໃຫ້​ອົງການ​ການ​ຄ້າ​ໂລກ (WTO) ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ບໍ່​ປະຕິ​ບັດບັນດາ​ໜ້າ​ທີ່​ດ້ານ​ການ​ຄ້າ​ຂອງ​ຕົນ​ເມື່ອ​ຈັດ​ວາງ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕ້ານ​ຄືນ​ບັນດາ​ອົງການ​ຈັດ​ຕັ້ງ​ຂອງ​ລັດ​ເຊຍ.

    ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ ກໍ່​ໃຫ້​ຮູ້​ວ່າ: ບັນດາ​ມາດ​ຕະການ​ລົງ​ໂທ​ດພຽງ​ລຳພັງ​ຝ່າຍ​ດຽວທີ່​ມີ​ຈຸດປະສົງດ້ານ​ການ​ເມືອງ​ບໍ່​ເໝາະ​ສົມ​ຕາມ​ກົດໝາຍ​ສາກົນ, ບໍ່​ອີງ​ໃສ່​ກົດໝາຍ​ສາກົນ, ບໍ່​ເໝາະ​ສົມ​ກັບ​ທຳນຽບສາກົນ ຍ້ອນ​​ໄດ້​ເມີນ​ເສີຍ​ກົນ​ໄກ​ນຳ​ໃຊ້​ບັນດາ​ມາດ​ຕະການ​ບັງຄັບຢູ່​​ໃນ​ກົດ​ລະບຽບ​ຂອງ WTO. ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ ກໍ່​ຢັ້ງຢືນ​ວ່າ: ປະຕິກິລິຍາ​ຂອງ WTO ຕໍ່ໜ້າ​ການ​ຮ້ອງ​ຟ້ອງ​ລະຫວ່າງ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ກ່ຽວ​ກັບ​ມາດ​ຕະການ​ລົງ​ໂທດ​ຈະ​ສະ​ແດງ​ໃຫ້​ເຫັນ​ລະດັບ​ພາວະ​ວິ​ໄສ ​ແລະ ບໍ່​ລຳອຽງຂອງ​ອົງການ​ນີ້​ໃນ​ການ​​ແກ້​ໄຂ​ຮ້ອງ​ຟ້ອງ.

 



ຂ່າວ/ບົດ​ອື່ນ