ລັດເຊຍຊຸກຍູ້ຄວາມມານະພະຍາຍາມດ້ານການທູດໃນການແກ້ໄຂວິກິດການຢູ່ຢູແກຼນ

ລັດເຊຍຊຸກຍູ້ຄວາມມານະພະຍາຍາມດ້ານການທູດໃນການແກ້ໄຂວິກິດການຢູ່ຢູແກຼນ - ảnh 1
ປະທານາທິບໍດີ ລັດ​ເຊຍ V. Putin
photo:nguoiduatin.vn

(vovworld) -ວັນ​ທີ 4/3, ລັດຖະບານ​ລັດ​ເຊຍ ສືບ​ຕໍ່ ບັນດາ​ຄວາ​ມານະ​ພະຍາຍາມ​ດ້ານການ​ທູດ​ເພື່ອ​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ວິ​ກິດ​ການ​ການ​ເມືອງ​ຢູ່​ປ​ະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຢູ​ແກຼນ. ວັງ Kremlin ​ໃຫ້​ຮູ້​ວ່າ: ປະທານາທິບ​ໍດີ ລັດ​ເຊຍ V. Putin ​ແລະ ປະທານ​ປະ​ເທດ​ຈີນ ສີ​ຈີ້ນຜິ​ງ ​ໄດ້​ມີ​ການ​ສົນທະນາ​ຜ່ານ​ໂທລະສັບ​ກ່ຽວ​ກັບ​ສະພາບ​ການ ຢູ​ແກຼນ. ສອງ​ຝ່າຍ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ການ​ກຳ​ນົດທິດ​ເຄື່ອນ​ໄຫວ​ຂອງ ມົດ​ສະ​ກູ, ນັ້ນ​ແມ່ນ ຊ່ວຍ​ຫລຸດຜ່ອນ​ຄວາ​ມ​ເຄ່ັງ​ຕຶງ​ຢູ່ ຢູ​ແກຼນ ​ແລະ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ບັນດາ​ພົນລະ​ເມືອງ​​ໃຊ້​ພາສາລັດ​ເຊຍ ຢູ່ ຢູ​ແກຼນ. ​ໃນ​ຂະນະ​ນັ້ນ ມົດ​ສະ​ກູ ​ແລະ ກີແອບ ​ໄດ້​ເລີ​່ມຕົ້ນ​ການ​ພົບ​ປະ​ຂັ້ນ​ລັດຖະມົນຕີ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ກາ​ເມື​ອງ.

​ເມື່ອ​ຕອບສະຫນອງ​ຄຳ​ຮຽກຮ້ອງ​ຈາກ ອີ​ຢູ, ທ່ານ Sergei Lavrov, ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ກໍ​ເດີນທາງ​ເຖິງ​ນະຄອນຫລວງ Maldrid ປະ​ເທດ​​ແອດ​ສະ​ປາຍ ​ແລະ ​ເຈລະຈາ​ກັບ​ທ່ານ​ Mariano Rajoy, ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ ​ແລະ ທ່ານ​ນາງ Catherine Ashton  ຜູ້ຮັບຜິດຊອບ​ນະ​ໂຍບາຍ​ປ້ອງ​ກັນ​ຄວາ​ມສະຫງົບ ​ແລະ​ການ​ຕ່າງປະ​ເທດ​ຂອງ ອີ​ຢູ. ​ໃນ​ວັນ​ດຽວ​ກັນ, ຕາມ​ແຫ​ລ່ງຂ່າວ​ຈາກ​ກະຊວງ​ການ​ຕ່າງປະ​ເທດ ອີ​ຕາ​ລີ ​ໃຫ້​ຮູ້​ວ່າ: ລັດ​ເຊຍ ​ໄດ້​ເຫັນ​ດີ​ພົບ​ປະ​ກັບ​ຜູ້ຕາງຫນ້າ​ອົງການ NATO ​ໃນ​ວັນ​ທີ 5/3 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການ​ຢູ່ ຢູ​ແກຼນ.

ຂ່າວ/ບົດ​ອື່ນ