ລັດເຊຍຍົກເງື່ອນໄຂເຊື່ອມຕໍ່ການພົວພັນກັບເຕິກກີຄືນໃໝ່

ລັດເຊຍຍົກເງື່ອນໄຂເຊື່ອມຕໍ່ການພົວພັນກັບເຕິກກີຄືນໃໝ່ - ảnh 1
ປະທານາທິບໍດີ ລັດ​ເຊຍ Vladimir Putin
(ພາບ: AFP)

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ໃນ​ວັນ​ທີ 15/6, ​ທ່ານ Dmitry Peskov, ໂຄສົກ​ວັງ Kremlin ​ໃຫ້​ຮູ້​ວ່າ, ລັດ​ເຊຍ​ຢາກ​ຟື້ນ​ຟູ​ສາຍ​ພົວພັນ​ອັນ​ດີງາມ​ກັບ​ເຕິ​ກກີ, ​ແຕ່​ກ່ອນ​ອື່ນ​ໝົດ Ankara ຕ້ອງ​ມີ “ບັນດາ​ບາດກ້າວ​ເດ​ີນທີ່​ຈຳ​ເປັນ“. ທ່ານ Peskov ​ເນັ້ນ​ໜັກ​ວ່າ, ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້ຊີ້​ແຈ້ງວ່າ, ພາຍຫຼັງ​ເກີດ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດ, ການ​ສ້າງສາ​ຍພົວພັນ ລັດ​ເຊຍ - ​ເຕິ​ກກີ​ເປັນ​ປົກກະຕິ ພຽງ​ແຕ່​​ໄດ້​ຮັບ​ການ​ປະຕິບັດ ​ເມື່ອ Ankara ຂໍ​ໂທດ ​ແລະ ຊົດ​ເຊີຍຄວາມ​ເສຍ​ຫາຍ​ທີ່​ກ່ຽວຂ້ອງ​ເຖິງ​ເຫດ​ຍິງ​ເຮືອບິນ​ສູ້​ຮົບ​ຂອງ​ລັດ​ເຊຍ​ຕົກ​ເມື່ອ​ປີ 2015 ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ